• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຮູບແບບການເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ

ຕອນບ່າຍວັນທີ 8 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງໄດ້ເປັນປະທານການເຮັດວຽກກັບຄະນະການເມືອງພາຍໃນສູນກາງພັກ ຊຶ່ງແມ່ນອົງການປະຈຳການຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ ກ່ຽວກັບການສ້າງຮ່າງແຜນ “ ການຈັດຕັ້ງ ເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຈັ້ນສູນກາງ”.
ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ ຄະນະການເມືອງພາຍໃນສູນກາງພັກ ສືຍຕໍ່ສ້າງຮ່າງແຜນການໃຫ້ສົມບູນແບບ, ຮັບປະກັນລັກສະນະວິທະຍາສາດ ເພື່ອຍື່ນສະເໜີຕໍ່ກົມການເມືອງໃຫ້ຄຳເຫັນໂດຍໄວ. ການບູລະນະການຈັດຕັ້ງພາລະໜ້າທີ່ຂອງຄະນະຊີ້ນຳ ສອດຄ່ອງກັບພຶດຕິກຳຕົວຈິງ ແລະ ໜ້າທີ່ ແມ່ນເງື່ອນໄຂສຳຄັນຊ່ວຍໃຫ້ຄະນະຊີ້ນຳເຮັດສຳເລັດໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ປະຕິບັດຖືກຕາມເນື້ອໃນຈິດໃຈມະຕິ, ແຜນນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ສ້າງຂີດໝາຍທີ່ແຂງແຮງໃນການປະຕິຮູບດ້ານຕຸລາການ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

Top