• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ເປັນສົມ​ບູນ​ແບບເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ

ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍຍົກສູງບົດບາດຂອງວັດທະນະທຳ ແລະ ວຽກງານພັດທະນາວັດທະນະທຳຮັບໃຊ້ການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕົວຈິງໄດ້ສະແດງໃຫ້ເຫັນຜົນງານໃນການພັດທະນາວັດທະນະທຳໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີປະສິດທິຜົນເຂົ້າໃນວຽກງານພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງສາກົນຂອງປະເທດຊາດ, ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງການພັດທະນາແບບຍືນຍົງ. ເພາະສະນັ້ນ, ການສ້າງລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ສົມບູນແບບເພື່ອພັດທະນາວັດທະນະທຳ ນັບມື້ນັບກາຍເປັນວຽກງານທີ່ຈຳເປັນ, ຮີບດ່ວນ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມຢ່າງຂ້ຽວຂາດ, ແຮງກ້າຂອງອົງການຄຸ້ມຄອງລັດ ແລະ ຂອງທົ່ວສັງຄົມ.

ກ່າວຄຳເຫັນຊີ້ນຳກອງປະຊຸມສຳມະນາວັດທະນະທຳປີ 2022 ດ້ວຍຫົວຂໍ້ “ລະບອບລະບຽບການ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ” ເຊິ່ງດຳເນີນໃນວັນທີ 17 ທັນວາ ຜ່ານມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:  ໄລຍະຜ່ານມາ, ລະບອບລະບຽບການກ່ຽວກັບວັດທະນະທຳຕາມທັດສະນະຂອງພັກ ໄດ້ກຳນົດຄວາມສະເໝີຕົ້ນສະເໝີປາຍໃນລະບົບກົດໝາຍ, ຢັ້ງຢືນພາລະກິດແຫ່ງການສ້າງສາ ແລະ ພັດທະນາວັດທະນະທຳແມ່ນຂອງທົ່ວປວງຊົນ ໂດຍພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າກຳປະດິດຄິດສ້າງ ແລະ ຊົມໃຊ້, ຖັນແຖວປັນຍາຊົນນັກສິລະປິນ ສວມບົດບາດສຳຄັນ. ມີຫຼາຍນະໂຍບາຍກ່ຽວກັບວັດທະນະທຳໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າ, ປະກອບສ່ວນຊຸກຍູ້ການພັດທະນາບັນດາຂົງເຂດວັດທະນະທຳ. ເຖິງຢ່າງໃດກໍຕາມ, ການສ້າງລະບອບລະບຽບການ ແລະ ນະໂຍບາຍກ່ຽວກັບການພັດທະນາວັດທະນະທຳຍັງມີຂໍ້ກຳກັດ ແລະ ບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການເທື່ອ.

  ກອງປະຊຸມສຳມະນາວັດທະນະທຳປີ 2022 ດ້ວຍຫົວຂໍ້ “ລະບອບລະບຽບການ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ” (ພາບ: quochoi.vn)  

ລັກສະນະຈຳເປັນຮີບດ່ວນຂອງການສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການພັດທະນາວັດທະນະທຳໃຫ້ສົມບູນແບບ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເນັ້ນໜັກວ່າ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ປີ 2021 ໄດ້ກໍານົດວ່າ:  ການພັດທະນາຢ່າງຮອບດ້ານ, ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ພັດທະນາວັດທະນະທຳ ໄດ້ກາຍເປັນກຳລັງແຮງພາຍໃນ, ເປັນກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ. ໜຶ່ງໃນບັນດາຍຸດທະສາດກະໂດດຂັ້ນໃນໄລຍະຈະມາເຖິງແມ່ນສ້າງລະບອບລະບຽບການນະໂຍບາຍໃຫ້ສົມບູນແບບ, ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ມີຄວາມຜາສຸກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງປະຊາຊົນ ຫວຽດນາມ.

ບົນຈິດໃຈດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ການສ້າງລະບອບລະບຽບການ, ນະໂຍບາຍ ໃຫ້ສົມບູນແບບ, ແກ້ໄຂຂໍ້ບັນຫາຄົງຄ້າງຂອງແຫຼ່ງກຳລັງຕ່າງໆເພື່ອພັດທະນາວັດທະນະທຳ ແມ່ນໜຶ່ງໃນບັນດາມາດຕະການສຳຄັນ, ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາວັດທະນະທຳ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງວ່າ:

“ລະບອບລະບຽບການ ແລະ ນະໂຍບາຍກ່ຽວກັບວັດທະນະທຳຕ້ອງມີລັກສະນະສ້າງສັນແກ່ການຟື້ນຟູ ແລະ ພັດທະນະທຳວັດທະນະທຳ. ວັດທະນະທຳຕ້ອງແມ່ນເສົາຄ້ຳພັດທະນາແບບຍືນຍົງຂອງປະເທດຊາດ. ຕ້ອງແກ້ໄຂສາຍສຳພັນລະຫວ່າງປັດໄຈແຫ່ງຊາດ ກັບປັດໄຈສາກົນ, ຖັດຈາກນັ້ນແມ່ນປັດໄຈ, ປັດໄຈມູນເຊື້ອ ແລະ ທັນສະໄໝ, ລະຫວ່າງວັດທະນະທຳມະຫາຊົນ ແລະ ວັດທະນະທຳຍອດຍິ່ງ”.

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: quochoi.vn)  

ຜັນຂະຫຍາຍບັນດາລະບອບລະບຽບການ, ນະໂຍບາຍວັດທະນະທຳຢ່າງຄົບຊຸດ, ທັນການຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງຄົບຊຸດ, ທັນການ

ທ່ານປະທານສະພາແຫ່ງຊາດຖືວ່າ ຕ້ອງສ້າງກອບນິຕິກຳ, ຈັດຕັ້ງ ແລະ ຜັນຂະຫຍາຍທຸກກິດຈະກຳວັດທະນະທຳໃນຂອບເຂດກົດໝາຍພາຍໃຕ້ການຊີ້ນຳຂອງພັກຢ່າງສະດວກ, ເສີມຂະຫຍາຍກຳລັງຄວາມສາມາດປະດິດຄິດສ້າງ, ຄວາມຫຼາຍຮູບຫຼາຍແບບ, ຂະຫຍັນຂັນເຄື່ອນຂອງວັດທະນະທຳຢ່າງສຸດຂີດ, ສ້າງເງື່ອນໄຂສະດວກເພື່ອເຊື່ອມໂຍງເຂົ້າກັບວັດທະນະທຳສາກົນ. ພ້ອມດຽວກັນນັ້ນ, ກໍເອົາໃຈໃສ່ເຖິງລັກສະນະເປັນເອກະລັກສະເພາະຂອງວັດທະນະທຳ ທັງຮັບປະກັນພັດທະນາຖືກຕ້ອງຕາມທິດທາງການເມືອງ, ແນວຄິດຂອງພັກ; ທັງຮັບປະກັນສິດເສລີປະດິດຄິດສ້າງບົນພື້ນຖານເສີມຂະຫຍາຍສະຕິຕື່ນຕົວສູງດ້ວຍຈຸດປະສົງທີ່ຖືກຕ້ອງ; ແກ້ໄຂສາຍສຳພັນລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາວັດທະນະທຳ ກັບການເຕີບໂຕເສດຖະກິດ ແລະ ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ. ພິເສດ, ການສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບວັດທະນະທຳໃຫ້ສົມບູນແບບ ຕ້ອງໄດ້ດຳເນີນຢ່າງຄົບຊຸດ, ທັນການ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສະພາບການໃໝ່.

ກ່ຽວກັບຄຳຮຽກຮ້ອງຕ້ອງການນີ້, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຄອມມູນິດ ຫວຽດນາມ ເນັ້ນໜັກວ່າ: ຕ້ອງເຊື່ອມຊຶມ, ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດຂອງວັດທະນະທຳ; ຕ້ອງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຢ່າງຖືກຕ້ອງ, ຄົບຖ້ວນ, ຮອບດ້ານ. ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຊຸກຍູ້ການພັດທະນາແບບຍືນຍົງຂອງປະເທດຊາດ. ວັດທະນະທຳຕ້ອງໄດ້ຖືທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ:

“ລະບອບລະບຽບການ, ນະໂຍບາຍກ່ຽວກັບວັດທະນະທຳຕ້ອງຄົບຖ້ວນ, ທັນການ, ຄົບຊຸດ, ມີຄວາມເປັນເອກະພາບ, ມີຄວາມເປັນໄປໄດ້, ເປີດເຜີຍ, ຈະແຈ້ງ, ມີສະຖຽນລະພາບ, ມີປະສິດທິພາບ, ປະສິດທິຜົນຢ່າງແທ້ຈິງ, ສ້າງສະພາບແວດລ້ອມທີ່ສະດວກແກ່ການພັດທະນາວັດທະນະທຳ. ຈັດແບ່ງຂັ້ນ, ສິດອຳນາດ, ກຳນົດສິດອຳນາດ, ພັນທະຂອງອົງການປະຕິບັດຢ່າງຈະແຈ້ງ. ກຳນົດຄວາມຮັບຜິດຊອບກວດກາ, ຕິດຕາມ, ຄຸ້ມຄອງສິດອຳນາດຢ່າງຈະແຈ້ງ. ວິວັດທະນາການສ້າງ, ປະກາດໃຊ້ກົດໝາຍ, ນະໂຍບາຍຕ້ອງລະມັດລະວັງ, ແນ່ນອນ, ຖືສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຜົນປະໂຫຍດແຫ່ງຊາດຂອງຊາດເປັນຈຸດສຸມ”.

ໃນກອງປະຊຸມວັດທະນະທຳທົ່ວປະເທດ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ (ຈັດຂຶ້ນໃນເດືອນ ພະຈິກ 2021), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ “ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງແຮງພາຍໃນ, ແມ່ນກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ”. ເພາະສະນັ້ນ, ການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ແລະ ສ້າງແຫຼ່ງກຳລັງເພື່ອພັດທະນາວັດທະນທຳ ແມ່ນບາດກ້າວຫັນຄຳຮຽກຮ້ອງຕ້ອງການພັດທະນາຂອງສະພາບການໃໝ່ເປັນລະອຽດຢ່າງແທດຈິງທີ່ສຸດ, ຕອບສະໜອງເປົ້າໝາຍພັດທະນາປະເທດຊາດຢ່າງຮອບດ້ານ, ສະເໝີພາບ ແລະ ຍືນຍົງ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top