• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງບັນດາມາດຕະການບຸກທະລຸເພື່ອພັດທະນາພື້ນຖານໂຄງລ່າງ ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມ

      ເນື້ອໃນສຳຄັນນີ້ໄດ້ອອກອາກາດ ສົດທາງວິທະຍຸ ແລະ ທາງໂທລະພາບ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາ.

ທ່ານ ຫງວຽນວັນເທ໋, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ
      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ວັນທີ 4 ມິຖຸນາ, ສະພາແຫ່ງຊາດໄດ້ເລີ່ມດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາຂອງທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ທ້ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເນື້ອໃນສຳຄັນນີ້ໄດ້ອອກອາກາດ ສົດທາງວິທະຍຸ ແລະ ທາງໂທລະພາບ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາ.
        ທີ່ວາລະຊັກຖາມໃນຕອນເຊົ້າມື້ນີ້, ທ່ານ ຫງວຽນວັນເທ໋, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ຕອບຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບມາດຕະການປະຕິບັດສຳເລັດການສ້າງໂຄງປະກອບໂຄງລ່າງຄົມມະນາຄົມຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມ, ພິເສດແມ່ນຢູ່ນະຄອນໃຫຍ່; ມາດຕະການແກ້ໄຂບັນດາບັນຫາຍັງຄົງຄ້າງ ສຳລັບບັນດາໂຄງການດ້ານຄົມມະນາຄົມ, ລົງທຶນຕາມຮູບແບບ BOT. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນເຖ ໃຫ້ຮູ້ວ່າ:
        ຂະແໜງຄົມມະນາຄົມຂົນສົ່ງພະຍາຍາມສ້າງພື້ນຖານໂຄງລ່າງຄົມມະນາຄົມຄົບຊຸດຕາມການຊີ້ນຳຂອງພັກ, ລັດ, ແຕ່ເຖິງຢ່າງໃດກໍ່ຕາມ, ເບິ່ງລວມແລ້ວ, ມາຮອດປະຈຸບັນ, ລະບົບພື້ນຖານໂຄງລ່າງຄົມມະນາຄົມຍັງຄົງມີຫຼາຍຈຸດອ່ອນ, ບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ເທື່ອ. ພວກຂ້າພະເຈົ້າມີຄວາມສຳນຶກວ່າ ພັດທະນາພື້ນຖານຄົງລ່າງຄົມມະນາຄົມ, ອົງການຄົມມະນາຄົມ, ຮັບປະກັນຄວາມປອດໄພທາງຄົມມະນາຄົມແມ່ນຄວາມຮັບຜິດຊອບຂອງຂະແໜງ ແລະ ຂອງທັງລະບົບການເມືອງ.
        ກ່ອນທີ່ດຳເນີນການຊັກຖາມ, ສະພາແຫ່ງຊາດຮັບຟັງທ່ານນາງ ຫງວຽນແທງຫາຍ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ, ຄະນະປະຈຳສະພາແຫ່ງຊາດ ສະເໜີບົດລາຍງານກ່ຽວກັບໝາກຜົນຂອງການແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ 14.
    ເມື່ອຕອບຄຳຖາມກ່ຽວກັບສະພາບຂີ້ເຫຍື້ອ ກໍ່ມົນລະພິດທີ່ດິນື ແລະ ແຫຼ່ງນ້ຳ, ຄວາມຮັບຜິດຊອບ ແລະ ວິທີການແກ້ໄຂ, ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ : (ເທບ)
    “ ບັນຫາຖື ຂີ້ເຫຍື້ອແມ່ນ ຊັບພະຍາກອນທຳມະຊາດນັ້ນ, ເຖິງປີ 2030, ພວກເຮົາຕ້ອງມີບັນດາໂຮງງານກະຈາຍໄຟຟ້້າດ້ວຍຂີ້ເຫຍື້ອ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີພ້ອມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພວມມີຮູບແບບ ຫວຽດນາມຜະລິດບັນດາພາຫະນະເຄື່ອງຈັກກຳຈັດຂີ້ເຫຍື້ອໂດຍຜ່ານການຫັນຂີ້ເຫຍື້ອເປັນພະລັງງານໄຟຟ້າ ແລະ ຝຸ່ນອົງຄະທາດ ”
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top