• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຄັ້ງຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ-19

      ກະຊວງການເງິນຫວຽດນາມ ຫາກໍປະກາດຂໍ້ຕົກລົງສ້າງຕັ້ງຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ-19.
(ກະຊວງການຕ່າງປະເທດຫວຽດນາມ ພິທີປຸກລະດົມການແຜ່ບໍລິຈາກວຽກງານປ້ອງກັນ,
ຕ້ານໂລກລະບາດໂຄວິດ-19)
      ຕາມນັ້ນແລ້ວ, ຈຳນວນເງິນທັງໝົດໂດຍອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດອຸປະຖຳ, ໜູນຊ່ວຍ, ແຜ່ບໍລິຈາກຈະໄດ້ເຕົ້າໂຮມຢ່າງຄົບຖ້ວນ, ທັນການຢູ່ກອງທຶນດັ່ງກ່າວ ແລະ ຈະໄດ້ນຳໃຊ້ຖືກເປົ້າໝາຍ, ເປີດເຜີຍ, ກະຈ່າງແຈ້ງຕາມຂໍ້ກຳນົດຂອງກົດໝາຍ. ກະຊວງການເງິນໄດ້ແຈ້ງຂໍ້ມູນກ່ຽວກັບ 3 ບັນຊີຮັບເງິນຝາກສະໜັບສະໜູນກອງທຶນກັນໂຄວິດ-19 ລວມມີ: 2 ບັນຊີຮັບເງິນຝາກຢູ່ພາຍໃນປະເທດ ແລະ 1 ບັນຊີຮັບເງິນຝາກຈາກຕ່າງປະເທດສົ່ງມາ. ບັນຊີຮັບເງິນຝາກຈາກຕ່າງປະເທດສົ່ງມາຄື: Account name: Fund for Vaccination Prevention of Coronavirus Disease 2019; Account number: 21110009116868 (VND), 21110371116868 (USD) and 21110142996868 (EUR); Bank for investment and Development of Vietnam JSC, Hanoi branch – 4B Le Thanh Tong Street, Phan Chu Trinh Ward, Hoan Kiem District, Hanoi City, Vietnam.
          ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 28 ພຶດສະພາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີປຸກລະດົມການແຜ່ບໍລິຈາກວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ພາຍຫຼັງພິທີປຸກລະດົມ, ກະຊວງການຕ່າງປະເທດໄດ້ຮັບເງິນບໍລິຈາກກວ່າ 230 ລ້ານດົ່ງ ສະໜັບສະໜູນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top