• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຄວາມກົມກ່ຽວ, ສະໜິດຕິດພັນລະຫວ່າງການວາງແຜນຜັງເຂດຕົວເມືອງ ແລະ ຊົນນະບົດ

ປຶກສາຫາລືທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ສະເໜີການວາງແຜນຜັງຕົວເມືອງຕ້ອງມີລັກສະນະຍຸດທະສາດ, ເຄົາລົບກົດເກນການຕະຫຼາດ ແລະ ຫຼັກການພັດທະນາແບບຍືນຍົງ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:Hồ Long/quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 32, ຕອນເຊົ້າວັນທີ 22 ເມສາ, ທີຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການວາງແຜນຜັງເຂດຕົວເມືອງ ແລະ ຊົນນະບົດ.

ປຶກສາຫາລືທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ສະເໜີການວາງແຜນຜັງຕົວເມືອງຕ້ອງມີລັກສະນະຍຸດທະສາດ, ເຄົາລົບກົດເກນການຕະຫຼາດ ແລະ ຫຼັກການພັດທະນາແບບຍືນຍົງ; ຖືມະນຸດ ແລະ ຄຸນນະພາບການດຳລົງຊີວິດເປັນໃຈກາງ, ວັດທະນະທຳ ແລະ ຄວາມອະລິຍາທຳຕົວເມືອງແມ່ນພື້ນຖານພັດທະນາ; ຮັບປະກັນການກຳນົດທິດຕິດພັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ເໝາະສົມກັບພືດຕິກຳຕົວຈິງ ສົມທົບກັບການສ້າງກຳລັງຫຼັກແຫຼ່ງໃຫ້ແກ່ການພັດທະນາເຂດຕົວເມືອງ; ຕິດພັນກັບຮູບແບບພັດທະນາຕົວເມືອງ, ສະແດງລັກສະນະຂອງຮູບແບບຕົວເມືອງໃໝ່ໃຫ້ໄດ້.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕັກເຕືອນວ່າ: ຕ້ອງກວດກາຄືນເພື່ອແກ້ໄຂການພົວພັນລະຫວ່າງການຫັນເປັນຕົວເມືອງ ແລະ ການສ້າງຊົນນະບົດໃໝ່; ລະຫວ່າງການຫັນເປັນຕົວເມືອງ ແລະ ການພັດທະນາເສດຖະກິດຕົວເມືອງ; ວາງແຜນຜັງໃຫ້ແທດເໝາະກັບກັບການປ່ຽນແປງຂອງດິນຟ້າອາກາດ; ມາດຖານແຜນຜັງຕົວເມືອງຕິດພັນກັບຄວາມໜາແໜ້ນຂອງພົນລະເມືອງ ແລະ ໂຄງປະກອບພື້ນຖານໂຄງລ່າງ…

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top