ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການໝູນໃຊ້ປັນຍາປະດິດ (AI) ແມ່ນຄຳຮຽກຮ້ອງຕ້ອງການທີ່ຈຳເປັນໃນການບໍລິຫານລັດ, ສະໜອງການບໍລິການສາທາລະນະ ແລະ ໜູນຊ່ວຍອອກຄຳຕັດສິນ; ເຖິງຢ່າງໃດກໍຕາມ, ມະນຸດຍັງຄົງແມ່ນເຈົ້າກຳຕັດສິນສຸດທ້າຍ. ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບກະຊວງຕຳຫຼວດ ສ້າງສຳເລັດກອບສະຖາປານິກສັງລວມປະເທດດີຈີຕອນໃຫ້ສົມບູນແບບ, ລາຍງານກ່ອນວັນທີ 10 ກໍລະກົດ ເພື່ອຍື່ນສະເໜີຂໍອະນຸມັດຜ່ານ.
ກ່ຽວກັບການພັດທະນາເຕັກໂນໂລຢີຍຸດທະສາດ ທີ່ຖືເຄື່ອງໝາຍການຄ້າແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
“ກະຊວງວິທະຍາສາດເຕັກໂນໂລຢີ ແລະ ທ້ອງຖິ່ນຕ່າງໆ ຕ້ອງສືບຕໍ່ກຳນົດລັກສະນະ ແລະ ຄວາມສຳຄັນຂອງການພັດທະນາເຕັກໂນໂລຢີຍຸດທະສາດ, ຜະລິດຕະພັນເຕັກໂນໂລຢີ ຄືດັ່ງບົດສະຫຼຸບຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ຫົວໜ້າຄະນະຊີ້ນຳກອງປະຊຸມສະຫຼຸບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57. ນີ້ແມ່ນໜ້າທີ່ຈຸດສຸມ, ພັດທະນາໂຄງລ່າງສູນຄົ້ນຄວ້າທົດລອງ. ບັນດາຫ້ອງທົດລອງຈຸດສຸມແມ່ນຄຳຮຽກຮ້ອງຕ້ອງການອັນຮີບດ່ວນ”.






