• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ່ວນເກີນການຄ້າຂອງລາວ ຜ່ານຫວຽດນາມ ສົ່ງໄປຍັງປະເທດທີ 3 ບັນລຸ 118 ລ້ານ USD

      ບັນດາປະເທດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ. 
ສິນຄ້າຂອງລາວ ລໍຖ້າຜ່ານແດນຢູ່ດ່ານຊາຍແດນ ເກົາແຈວ - ຮ່າຕິງ (ພາບ: baotainguyenmoitruong.vn)
              ຕາມຕົວເລກຫຼ້າສຸດຂອງ ກະຊວງອຸດສາຫະກຳ ແລະ ການຄ້າລາວ, ຍອດມຸນຄ່າການ ສົ່ງອອກ - ນຳເຂົ້າສິນຄ້າຂອງປະເທດນີ້ ຜ່ານຫວຽດນາມ ໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ປະມານ 314 ລ້ານ USD, ໃນນັ້ນມູນຄ່າສົ່ງອອກບັນລຸໄດ້ 216 ລ້ານ USD. ບັນດາປະເທດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ. ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃຫ້ຮູ້ວ່າ ບັນດາຕະຫຼາດໃຫຍ່ ເຊິ່ງລາວສົ່ງອອກສິນຄ້າຜ່ານ ຫວຽດນາມແມ່ນ ຈີນ, ອິນເດຍ ແລະ ຮຸງກາຣີ, ໃນຂະນະນັ້ນ ສິນຄ້ານຳເຂົ້າລາວ ຜ່ານ ຫວຽດນາມ ສ່ວນຫຼາຍແມ່ນ ອາເມລິກາ, ການາດາ ແລະ ສ.ເກົາຫຼີ.
        ຫວຽດນາມ ອະນຸຍາດໃຫ້ລາວສຳຜັດກັບທ່າກ່ຳປັ່ນທະເລ ຫວູງອ໊າງ ຄືປະຕູເຂົ້າອອກ ອາຊຽນ ແລະ ຕະຫຼາດສາກົນ. ນັບແຕ່ 2001, ຫວຽດນາມ ແລະ ລາວ ໄດ້ຮ່ວມມືລົງທຶນ ແລະ ນຳໃຊ້ລະບົບທ່າກ່ຳປັ່ນ, ເຂດການບໍລິການຢູ່ທ່າກ່ຳປັ່ນທະເລ ຫວູງອ໊າງ, ແຂວງຮ່າຕິງ. ປະລິມານສິນຄ້າຂອງ ລາວ ຜ່ານທ່າກ່ຳປັ່ນຫວູງອ໊າງ ໃນຊຸມປີມໍ່ໆມານີ້ ຍາມໃດກໍ່ກວມເອົາ 18 – 20% ຍອດປະລິມານສິນຄ້າຢູ່ທ່າກ່ຳປັ່ນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top