• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ມີແຜນການປະຊຸມກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ


ທູດ​ພິ​ເສດ​ຮັບຜິດຊອບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ​ຂອງ 
3 ປະ​ເທດ ສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ
(ພາບ: EPA/TTXVN)

        ທູດ​ພິ​ເສດ​ຮັບຜິດຊອບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ​ຂອງ 3 ປະ​ເທດ ສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ, ມີ​ແຜນການ​ປະຊຸມ​​ຢູ່ ອາ​ເມ​ລິ​ກາ ​ໃນ​ກາງ​ເດືອນ 2 ນີ້ ​ເພື່ອ​ປຶກສາ​ຫາ​ລື​ບັນ​ດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ທົດ​ລອງ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟຂອງ ສປປ.​ເກົາຫຼີ. ນີ້​ແມ່ນ​ການ​ພົບ​ປະ 3 ຝ່າຍ​ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ສ້າງ​ຕັ້ງ. ​ໃນ​ແຈ້ງ​ການ​ເມື່ອ​ວັນ​ທີ 05/02, ກະຊວງ​ການ​ຕ່າງປະ​ເທ​ດ ສ.​ເກົ​າຫຼີ ​ໃຫ້​ຮູ້​ວ່າ: ການ​ພົບ​ປະ 3 ຝ່າຍ​ດັ່ງກ່າວ ຈະ​ດຳ​ເນີນ​ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ຂອງ ອາ​ເມ​ລິ​ກາ. ​ໃນ​ຂະນະ​ນັ້ນ ສຳນັກ​ຂ່າວສານ Yonhap ​ໄດ​້ຄັດ​ສະ​ເໜີຄຳ​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Yun Byung-se ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ ທ່ານ Rex Tillerson ຈະ​ມີ​ການ​ໂອ້​ລົ​ມທາງ​ໂທລະສັບ​ໃນ​ວັນ​ທີ 07/02 ຈະ​ມາ​ເຖິງ. ຕາມທ່ານ​ Yun Byung-se ​ແລ້ວ, ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ຄັ້ງນີ້ ທ່ານ​ຈະ​ເນັ້ນ​ໜັກ​​ເຖິງ​ລັກສະນະ​ຈຳ​ເປັນ ຂອງສາຍ​ພົວພັນ​​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໃນ​ບັນຫາ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top