• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີກ່າວເຕືອນຈະໂຕ້ຕອບຖ້າຫາກ ສປປ.ເກົາຫຼີ ມີການເຄື່ອນໄຫວເກາະຜິດຕື່ມອີກ

ທ່ານ Hwang Kyo ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ,
 ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ເກ​ົ​າ​ຫຼີ
(ພາບ​: YONHAP/TTXVN)
 ​      ສຳ​ນັກ​ຂ່າວ​ສານ Yonhap ໄດ້​ໃຫ້​ຂ່າວ​ວ່າ, ວັນ​ທີ 18/04, ທ່ານ Hwang Kyo ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ, ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ.ເກ​ົ​າ​ຫຼີ ໄດ້​ກ່າວ​ເຕືອນ​ວ່າ, ສ​ປ​ປ.ເກົາ​ຫຼີ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ “ຜົນ​ສະ​ທ້ອນ​ທຽບ​ເທົ່​າ” ຖ້າ​ຫາກ​ເຂົາ​ເຈົ້າ​ສືບ​ຕໍ່​ມີ​ບັນ​ດາ​ການ​ກະ​ທຳ​ເຊິ່ງ​ຖືກ​ຖື​ວ່າ​ມີ​ລັກ​ສະ​ນະ​ເກາະ​ຜິດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​​ລັດ​ຖະ​ບານ, ທ່ານ Hwang ຖະ​ແຫຼງວ່າ, ລັດ​ຖະ​ບານ​ສ.ເກົາ​ຫຼີ ແລະ ປະ​ຊາ​ຄົມ​ສາ​ກົນ​ບໍ່​ຮັບ​ຮູ້​ບັນ​ດາ​ການ​ກະ​ທຳ​​ເຊິ່ງ​ຖືກ​ຖື​ວ່າ​ແມ່ນເກາະ​ຜິດ​ຂອງ​ສ​ປ​ປ.ເກົາ​ຫຼີ, ຈະ​ບັງ​ຄັບ​ໃຫ້​ປະ​ເທດນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຜົນ​ສະ​ທ້ອນ​​ທຽບ​ເທົ່າ. ທ່ານກໍ່​ໃຫ້​ຮູ້​ວ່າ, ສ.ເກົາ​ຫຼີ ໄດ້​ຕົກ​ລົງ​ເພີ່ມ​ທະ​ວີ​​ຄວາມ​ສາ​ມາດ ​ປ້ອ​ງ​ກັນ​ຕົວ​ຮ່ວມ​ຂອງ​ບັນ​ດາ​ກຳ​ລັງ​ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ຢູ່​ທີ່ນີ້, ກໍ​່​ຄື​ຊອ​ກ​ຫາ​ການ​ຮ່ວມ​ມື​ກັບ​ຈີນ ຢ່າງ​ແໜ້ນ​ແຟ້ນກວ່າ ເພື່ອ​ແນ​ໃສ່​ປະ​ຕິ​ບັດ “ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງ” ໃນ​ກໍ​ລະ​ນີ​ສ​ປ​ປ.ເກົາ​ຫຼີ ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ຮັບ​ຖື​ວ່າ​ແມ່ນ​ການ​ເກາະ​ຜິດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top