• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​​ລະ​ຫວ່າງ​ການ​ຮັບ​ປະ​ກັນ​ກາ​ນປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບກັບ ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ປະຕິບັດໂຄງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງວຽກເຮັດງານທຳ; ຊຸກຍູ້ລັກສະນະຕັ້ງໜ້າ, ເຈັດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດສັງຄົມ…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ການພັດທະນາເສດຖະກິດ - ສັງຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ນັ້ນແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມ ກ່ຽວກັບການຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮັບໃຊ້ການພັດທະນາເສດຖະກິດສັງຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ດຳເນີນໃນຕອນເຊົ້າວັນທີ 29 ທັນວາ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ເຂດໃກ້ຄຽງແມ່ນສະຖານທີ່ມີທີ່ຕັ້ງຍຸດທະສາດສຳຄັນພິເສດ ກ່ຽວກັບການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສິ່ງແວດລ້ອມ, ຊີວະນາໆພັນ, ການຕ່າງປະເທດ, ເປັນປະຕູເຂົ້າອອກທາງທິດໃຕ້ຂອງປະເທດຊາດ ແລະ ຕິດພັນກັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ປະຕິບັດ 5 ກຸ່ມໜ້າທີ່ຈຸດສຸມ, ຫຼັກແຫຼ່ງ, ລຸລ່ວງ. ໃນນັ້ນ, ຕ້ອງຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ - ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດນັບແຕ່ຂັ້ນຮາກຖານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ປະຕິບັດໂຄງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງວຽກເຮັດງານທຳ; ຊຸກຍູ້ລັກສະນະຕັ້ງໜ້າ, ເຈັດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດສັງຄົມ…

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top