• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້​ຊົນ​ຮອດ​ປີ 2045, ແຂວງ​ແທັງ​ຮ​ວາ​ແມ່ນ​ແຂວງ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ແບບ​ຢ່າງ​ທີ່​ດີ​ໃນ​ທົ່ວ​ປະ​ເທດ

ທີ່ການເຮັດວຽກ, ແຂວງແທັງຮວາ ໄດ້ສະເໜີກັບທ່ານປະທານປະເທດ ແລະ ບັນດາກະຊວງ, ຂະແໜງການຂັ້ນສູນກາງ ພິຈາລະນາປະກອບຄຳເຫັນເພື່ອໃຫ້ລັດຖະບານໜູນຊ່ວຍແຫຼ່ງເງິນທຶນໃຫ້ແກ່ບາງໂຄງການລົງທຶນພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມ
ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Lâm Khánh/TTXVN)

ໂດຍສືບຕໍ່ໂຄງການປະຕິບັດງານຢູ່ແຂວງ ແທັງຮວາ, ຕອນເຊົ້າວັນທີ 5 ທັນວາ, ທ່ານປະທານປະເທດ ເລືອງເກືອງໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ແທັງຮວາກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ. ທີ່ການເຮັດວຽກ, ແຂວງແທັງຮວາ ໄດ້ສະເໜີກັບທ່ານປະທານປະເທດ ແລະ ບັນດາກະຊວງ, ຂະແໜງການຂັ້ນສູນກາງ ພິຈາລະນາປະກອບຄຳເຫັນເພື່ອໃຫ້ລັດຖະບານໜູນຊ່ວຍແຫຼ່ງເງິນທຶນໃຫ້ແກ່ບາງໂຄງການລົງທຶນພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມ, ເພີ່ມເຕີມນະໂຍບາຍດຶງດູດສຳລັບພະນັກງານ, ລັດຖະກອນ, ຜູ້ອອກແຮງງານຢູ່ເຂດພູສູງ, ເຂດມີເງື່ອນໄຂເສດຖະກິດ - ສັງຄົມປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເລືອງເກືອງ ສະເໜີວ່າ:

ທາງແຂວງສືບຕໍ່ປະຕິບັດວຽກງານວາງແຜນກຳນົດເປັນຢ່າງດີ, ໃນນັ້ນຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດການວາງແຜນຜັງແຂວງແທັງຮ່ວາໃນລໄຍະ 2021 – 2030, ວິໄສທັດຮອດປີ 2045 ຢ່າງມີປະສິດທິຜົນ. ຈັດຕັ້ງປະຕິບັດບັນດາກົນໄກ, ນະໂຍບາຍພິເສດພັດທະນາແຂວງແທັງຮວາ. ໃນນັ້ນ, ເອົາໃຈໃສ່ເຖິງການສັບຊ້ອນ, ຈັດວາງສະຖານທີ່ພັດທະນາຕາມແລວເສດຖະກິດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top