• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັ​ດ​ເປົ້າ​ໝາຍ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ ເກີ່ນ​ເທີ ໃຫ້​ເປັນ​ຕົວ​ເມືອງແກ່ນ​ສານ ໂດຍ​ໄວ

ຕອນເຊົ້າວັນທີ 24 ກັນຍາ, ຢູ່ ເກີ່ນເທີ, ຄະນະພັກນະຄອນເກີ່ນເທີ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 14 ອາຍຸການ 2020 – 2025. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ:

        “ຕ້ອງສູ້ຊົນປະຕິບັດສຳເລັດເປົ້າໝາຍກໍ່ສ້າງ ແລະ ພັດທະນານະຄອນ ເກິ່ນເທີໃຫ້ກາຍເປັນຕົວເມືອງແກ່ນສານ; ເປັນນະຄອນສີຂຽວ, ສີວິໄລ, ທັນສະໄໝ ເຕັມໄປດ້ວຍສີສັນຂອງທາງທິດຕາເວັນຕົກພາກໃຕ້; ເປັນໃຈກາງຂອງເຂດໃນບາງຂົງເຂດສຳຄັນໂດຍໄວ. ພ້ອມກັນນັ້ນ, ນະຄອນເກີ່ນເທີຕ້ອງເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນ, ທ່າແຮງ, ແຫຼ່ງກຳລັງທີ່ພວມມີຢູ່ແລ້ວຢ່າງສຸດຂີດ ເພື່ອພັດທະນາບັນດາຂົງເຂດ, ຂະແໜງການ ເພື່ອແຜ່ຂະຫຍາຍແຫຼ່ງກຳລັງ, ຊ່ວຍເຫຼືອນຳພາບັນດາແຂວງ, ນະຄອນອື່ນໆໃນເຂດ ແລະ ຊຸກຍູ້ການຮ່ວມສຳພັນພາຍໃນເຂດ. ສືບຕໍ່ປ່ຽນແປງໃໝ່, ສ້າງລະບອບລະບຽບການບໍລິຫານເຂດໃຫ້ສົມບູນແບບ; ເປັນເຈົ້າການຈັດຕັ້ງການເຊື່ອມຕໍ່ກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເຂດເສດຖະກິດຈຸດສຸມຢູ່ພາກໃຕ້. ເພີ່ມທະວີການໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ, ສະຫະສະມາຄົມຂະແໜງສິນຄ້າຕ່າງໆເຂົ້າຮ່ວມການເຊື່ອມຕໍ່ເຂດ ເພື່ອເຊື່ອມໂຍງເຂົ້າກັບສາກົນ”.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top