• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້​ບັນ​ລຸ 200 ຕື້ USD

ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ (Amcham) ແລະ ຫ້ອງການການຄ້າ ອາເມລິກາ ປະຈຳ ວໍຊິງຕັນ ໄດ້ສົມທົບກັນຈັດກອງປະຊຸມສຸດຍອດການດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 6.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ ພາຍຫຼັງທີ່ ຫວຽດນາມ ແລະ ອາເມລິກາ ສ້າງກອບຄູ່ຮ່ວມມືຍຸດທະສາດຮອບດ້ານ ເມື່ອເດືອນກັນຍາ ທີ່ຜ່ານມາ, ກຳລັງບົ່ມຊ້ອນ, ກາລະໂອກາດຮ່ວມມືລະຫວ່າງ 2 ປະເທດ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍໄດ້ກຳນົດວ່າແມ່ນກຳລັງຕົ້າຕໍ, ເພື່ອຊຸກຍູ້ການພົວພັນສອງຝ່າຍ. ເພື່ອຍາດແຍ່ງເອົາບັນາກາລະໂອກາດທີ່ດີກ່ຽວກັບສາຍພົວພັນອັນດີງາມນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີວ່າ:     

“ສອງຝ່າຍສືບຕໍ່ເອົາໃຈໃສ່ ແລະ ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອຫັນບັນດາຄຳໝັ້ນສັນຍາໃນຖະແຫຼງການຮ່ວມເປັນລະອຽດ. ວິສາຫະກິດ 2 ປະເທດ ຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ຢ່າງແຮງ, ເພີ່ມທະວີການນຳເຂົ້າ - ສົ່ງອອກ ສຳລັບບັນດາປະເພດສິນຄ້າທີ່ຕົນມີທ່າແຮງ; ໜູນຊ່ວຍກັນເຂົ້າຮ່ວມລະບົບການສະໜອງໃໝ່ຢ່າງເລິກເຊິ່ງກວ່າ. ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 200 ຕື້ USD ໂດຍໄວ. ຕ້ອງນຳການລົງທຶນຂອງ ອາເມລິກາ ເຂົ້າກຸ່ມ 10 ນັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ”.    

ໃນຄຼິບວິດີໂອ ທີ່ບັນທຶກບົດກ່າວຄຳເຫັນຝາກເຖິງກອງປະຊຸມ, ທ່ານນາງ ລັດຖະມົນຕີການຄ້າ ອາເມລິກາ Gina Raimondo  ຢັ້ງຢືນວ່າ ຫວຽດນາມ ແລະ ອາເມລິກາ ພວມມີກາລະໂອກາດຫຼາຍຢ່າງເພື່ອສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນຢ່າງເລິກເຊິ່ງ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນ​ໝູ່​ບ້ານ ເຢືອງ​ໂໜ້ ປີ 2026 - ຈຸດ​ນັດ​ພົບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ ເຫວ້

ງານ​ບຸນໝູ່​ບ້ານ ເຢືອງ​ໂໜ້ ປີ 2026 ດ້ວຍ​ຫົວ​ຂໍ້ “ເຢືອງ​ໂໜ້ - ວິ​ວັດ​ການ​ເດືອນ​ພຶດ​ສະ​ພາ” ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 14 ພຶດ​ສະ​ພາ. ໝູ່​ບ້ານ ເຢືອ​ງໂໜ້ ຢູ່​ນະ​ຄອນ ເຫວ້ ແມ່ນ​ບ່ອນ​ທີ່​ປະ​ທານ ໂຮ່​ຈີ​ມິນ ເຄີຍ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ໃນ​ຄາວ​ເຍົາ​ໄວ.

Top