• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນໃຫ້ພື້ນຖານເສດຖະກິດບັນລຸເປົ້າໝາຍເຕີບໂຕ GDP 8% ໃນປີ 2025

ບັນດາກະຊວງ, ຂະແໜງການ ຜັນຂະຫຍາຍບັນດາມາດຕະການແກ້ໄຂໃນປີນີ້ຢ່າງຂ້ຽວຂາດ, ອັດຕາປະກອບຂອງເສດຖະກິດພາກເອກະຊົນເຂົ້າ GDP ໃຫ້ບັນລຸປະມານ 55%.

ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນສະພາບການທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ເສດຖະກິດ ຫວຽດນາມ ໃນປີ 2025 ໄດ້ສືບທອດທ່າເຕີບໂຕສູງຂອງປີ 2024. ໃນນັ້ນ, ຊຸກຍູ້ການເຕີບໂຕ ຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸ້ມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການ ຜັນຂະຫຍາຍບັນດາມາດຕະການແກ້ໄຂໃນປີນີ້ຢ່າງຂ້ຽວຂາດ, ອັດຕາປະກອບຂອງເສດຖະກິດພາກເອກະຊົນເຂົ້າ GDP ໃຫ້ບັນລຸປະມານ 55%. ທ່ານ ຫງວຽນດຶກເຕິມ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເນັ້ນໜັກວ່າ:

        “ໜຶ່ງໃນບັນດາກຳລັງໜູນການເຕີບໂຕໃໝ່ນັ້ນແມ່ນ ປະຕິບັດມະຕິເລກທີ 57 ຂອງກົມການເມືອງທີ່ຫາກໍ່ປະກາດໃຊ້ ກ່ຽວຂ້ອງເຖິງການຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ. ແລະເພື່ອຜັນຂະຫຍາຍວຽກງານດັ່ງກ່າວ, ໃນໄລຍະຜ່ານມາ ລັດຖະບານໄດ້ປະກາດໃຊ້ດຳລັດເລກທີ 182 ກ່ຽວຂ້ອງເຖິງກອງທຶນໜູນຊ່ວຍການລົງທຶນ, ໃນນັ້ນຊີ້ແຈ້ງວ່າ ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ພິເສດແມ່ນກ່ຽວຂ້ອງເຖິງຂົງເຂດໃໝ່ຄື: ຊີບ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພວກຂ້າພະເຈົ້າຈະມີບັນດາກົນໄກໜູນຊ່ວຍເພື່ອໃຫ້ວິສາຫະກິດລົງທຶນເຂົ້າຂົງເຂດດັ່ງກ່າວ.”

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top