• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຜະ​ລິດ​ກະ​ສິ​ກຳ

ມີຫຼາຍຄຳເຫັນຕີລາຄາສູງຕໍ່ການເນັ້ນໜັກເຖິງເລື່ອງ ເສດຖະກິດ ຫວຽດນາມ ໄດ້ຟື້ນຟູໄວກ່ວາການຄາດຄະເນ ຍ້ອນ ສາມາດຄວບຄຸມໄດ້ພະຍາດໂຄວິດ - 19.
  ກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ ເຮັດວຽກມືທີ 2 ຂອງວາລະປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ (ພາບ: quochoi.vn)  

ຕອນເຊົ້າວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມວະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ ເຮັດວຽກມືທີ 2 ຂອງວາລະປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ. ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບໝາກຜົນຂອງການພັດທະນາເສດຖະກິດ - ສັງຄົມ ປີ 2022, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2023.

ມີຫຼາຍຄຳເຫັນຕີລາຄາສູງຕໍ່ການເນັ້ນໜັກເຖິງເລື່ອງ ເສດຖະກິດ ຫວຽດນາມ ໄດ້ຟື້ນຟູໄວກ່ວາການຄາດຄະເນ ຍ້ອນ ສາມາດຄວບຄຸມໄດ້ພະຍາດໂຄວິດ - 19. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ກະສິກຳແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດ ແມ່ນເສົາຄ້ຳສຳຄັນຂອງ ພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດຕະພັນກະເສດ ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງໃນຕະຫຼາດໂລກ. ປີ 2021, ວົງເງິນສົ່ງອອກຜະລິດຕະພັນກະເສດບັນລຸມູນຄ່າກ່ວາ 48 ຕື້ USD. ທ່ານນາງ ເລທິແທງລາມ, ສະມາຊິກສະພາແຫ່ງຊາດແຂວງ ເຮົ້າຢາງ ໃຫ້ຮູ້ວ່າ:

ລັດຖະບານຄວນມີນະໂຍບາຍລົງທຶນພິເສດໃຫ້ບັນດາແຂວງຜະລິດກະສິກຳ, ມີນະໂຍບາຍລົງທຶນຢ່າງທັນການເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງບັນດາແຂວງໃນເຂດ ແລະ ຢູ່ພາຍໃນປະເທດ. ລັດຖະບານກໍ່ເອົາໃຈໃສ່ເຖິງການວາງແຜນກຳນົດກະສິກຳຢ່າງຄົບຊຸດ ດ້ວຍການວາງແຜນກຳນົດຂອງແຂວງ, ເຂດ. ສຸມແຫຼ່ງກຳລັງພັດທະນາຜະລິດກະສິກຳ, ສ້າງໂຄງປະກອບການຜະລິດກະສິກຳຕິດພັນກັບການຍົກສູງຄຸນນະພາບ, ປະສິດທິຜົນຕາມລະບົບມູນຄ່າ.

ບັນດາຜູ້ແທນກໍ່ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ ວິສາຫະ ກິດໃນການຟື້ນຟູ ແລະ ພັດທະນາ.

̣(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top