ພາຍຫລັງໄດ້ຮັບຂ່າວວ່າ ລັດຖະບານ ຈະແຈກຢາຍວັກຊິນກວ່າ 800.000 ໂດສໃຫ້ແກ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກນະຄອນ ໄດ້ຈັດແບ່ງກຳລັງສາທາລະນະສຸກ ເຂົ້າຮ່ວມຜັນຂະຫຍາຍກວ່າ 1000 ຫນ່ວຍສັກວັກຊິນ, ລະດົມກຳລັງຈາກ ເກືອບ 550 ໂຮງໝໍ, ຫ້ອງກວດພະຍາດຂອງທັງເອກະຊົນ, ສູນສາທາລະນະສຸກ, ສູນຄວບຄຸມພະຍາດ ນະຄອນ, ສຸກສາລາ, ລະບົບສັກວັກຊິນ ຂຶ້ນກັບບໍລິສັດຫຸ້ນສ່ວນ ວັກຊິນ ຫວຽດນາມ (VNVC).... ແຕ່ລະຫນ່ວຍລວມມີພະນັກງານຢ່າງຫນ້ອຍສຸດແມ່ນ 5 ຄົນ

ທ່ານ ບຸ່ຍກີມແຄງ, ຜູ້ອຳນວຍການ ລະບົບສູນສັກວັກຊິນ ຂຶ້ນກັບ VNVC ໃຫ້ຮູ້ວ່າ: ພຽງ 1 ມື້ພາຍຫລັງໄດ້ຮັບຈົດໝາຍທາງການດ່ວນຂອງພະແນກສາທາລະນະສຸກນະຄອນໂຮ່ຈີມິນ, ລະບົບນີ້ໄດ້ສ້າງຕັ້ງຫນ່ວຍສັກວັກຊິນກວ່າ 100 ຫນ່ວຍ.
“ແພດໝໍ 350 ຄົນທີ່ເຂົ້າຮ່ວມການສັກວັກຊິນຄັ້ງນີ້ ລ້ວນແຕ່ມີໃບຢັ້ງຢຶນວິຊາຊີບ, ຮັບປະກັນຄວາມປອດໄພໃນການສັກວັກຊິນ ແລະ ເຂົາເຈົ້າ ໄດ້ສັກວັກຊິນກັນໂຄວິດ 19 ຄົບ 2 ເຂັມແລ້ວ. ພ້ອມທັງໄດ້ຮັບການບຳລຸງສ້າງຂັ້ນຕອນສັກວັກຊິນທີ່ປອດໄພ ແລະ ເຄີຍເຂົ້າຮ່ວມການສັກວັກຊິນ ຄັ້ງທຳອິດແຕ່ວັນທີ 8 ມີນາ. ພວກຂ້າພະເຈົ້າສົ່ງກຳລັງຫລັກແຫລ່ງທີ່ສຸດເພື່ອຮັບໃຊ້ໃຫ້ບັ້ນສັກວັກຊິນດ່ວນຄັ້ງນີ້ຢູ່ ນະຄອນໂຮ່ຈີມິນ.”ເຂດ 3 ຂອງນະຄອນ ຖູດຶກ, ນະຄອນໂຮ່ຈີມິນ ມີຫນ່ວຍສັກວັກຊິນ 14 ຫນ່ວຍ. ປະຈຸບັນ ບັນດາຫນ່ວຍສັກວັກຊິນ ໄດ້ກຽມພ້ອມທັງດ້ານບຸກຄະລາກອນ, ກຳລັງວັດຖຸ ລໍຖ້າຄຳສັ່ງຈັດແບ່ງວັກຊິນ ຈາກນະຄອນ, ແບ່ງເຂດສັກວັກຊິນ ແລ້ວໄປປະຕິບັດຫນ້າທີ່ຢ່າງທັນທີ. ການສັກວັກຊິນດ້ວຍຂອບຂະຫນາດໃຫຍ່ ແຕ່ຍັງຄົງຕ້ອງຮັບປະກັນຖືກຕາມຂັ້ນຕອນຄວາມປອດໄພໃນການສັກວັກຊິນຢ່າງເຄັ່ງຄັດ.

ພະນັກງານການແພດຕ້ອງປະຕິບັດຫລາຍຫນ້າທີ່ໃນຍາມຄ່ຳຄືນເພື່ອການຕໍ່ສູ້ຕ້ານໂລກລະບາດ
ຂະແຫນງສາທາລະນະສຸກ ນະຄອນ ໄດ້ຮັບການຫນູນຊ່ວຍຈາກບັນດາບໍລິສັດ, ວິສາຫະກິດໃນການສ້າງບັນຊີລາຍຊື່ ດ້ວຍຂໍ້ມູນຂ່າວທາງບໍລິຫານ, ລະຫັດລັດຖະກອນຜູ້ທີ່ໄດ້ສັກວັກຊິນ ເພື່ອຄຸ້ມຄອງ ຕິດຕາມຫລັງການສັກວັກຊິນ. ບັນດາວິສາຫະກິດ ກໍ່ເຄົາລົບ ແລະປະຕິບັດຕາມບັນດາມາດຖານຕີລາຄາຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂຄວິດ 19, ສະກັດກັ້ນການແຜ່ລະບາດເຊື້ອໂຄວິດໃນບໍລິສັດ, ເຂດຜະລິດສົ່ງອອກ, ເຂດອຸດສາຫະກຳ, ຂົນຂວາຍກຳມະກອນປະຕິບັດ 5 ມາດຕະການປ້ອງກັນ, ໂຄສະນາຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບ ວັກຊິນ ໂຄວິດ 19. ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ FPT ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ໄດ້ໂຄສະນາກໍ່ຄືແນະນຳໃຫ້ທຸກຄົນກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ພິເສດ ວັກຊິນແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດເພື່ອຊ່ວຍຮັກສາວຽກເຮັດງານທຳ, ຮັກສາການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດໃຫ້ຕໍ່ເນື່ອງ”ບັ້ນສັກວັກຊິນ ຄັ້ງທີ 4 ຢູ່ ນະຄອນ ໂຮ່ຈີມິນ ຄາດວ່າ ມື້ຫນຶ່ງຈະມີຈຳນວນຜູ້ໄດ້ຮັບການສັກ ແມ່ນປະມານ 200.000 ຄົນ. ຫວ່າງແລ້ວນີ້ ກະຊວງສາທາລະນະສຸກ ໄດ້ແຈກຢາຍວັກຊິນ ເປັນຄັ້ງທີ 5 ດ້ວຍກວ່າ 700.000 ໂດສ ໃຫ້ແກ່ນະຄອນ ໂຮ່ຈີມິນ. ຕາມການສະຖິຕິແລ້ວ, ນະຄອນ ໂຮ່ຈີມິນ ມີກວ່າ 2.385.000 ຄົນແມ່ນເປົ້າໝາຍໃຫ້ບຸລິມະສິດໃນການສັກວັກຊິນກັນໂຄວິດ. ນະຄອນ ວາງຄາດໝາຍ 2/3 ປະຊາຊົນຈະໄດ້ຮັບການສັກວັກຊິນໃນປີນີ້.
(ແຫຼ່ງຄັດຈາກ VOV)