• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ເອກເລັກໂຕນິກການເງິນຂອງ ອາເມລິກາ ຕີລາຄາ ຫວຽດນາມ ພວມໃນທ່ວງທ່າກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ

ໄປຄຽງຄູ່ກັນນັ້ນ, ສະພາບພູມສາດການເມືອງສະດວກ ແລະ ເລື່ອງທະນາຄານແຫ່ງລັດ ຫວຽດນາມ ຫລຸດລະດັບດອກເບ້ຍໄວກ່ວາການຄາດຄະເນ ກໍ່ແມ່ນບັນດາປັດໄຈຊຸກຍູ້ການເຕີບໂຕເສດຖະກິດ, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ກາຍເປັນຕະຫຼາດດີທີ່ສຸດໃນພາກພື້ນ.
ພາບປະກອບ

ຫວຽດນາມ ມີລະດັບການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ສູງທີ່ກ່ວາໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ໃນໜຶ່ງທົດສະວັດຜ່ານມາ. ນີ້ແມ່ນການຕີລາຄາໃນບົດຂຽນໄດ້ເອົາລົງໃນແວບໄຊ seekingalpha.com – ເຊິ່ງແມ່ນສື່ເອກເລັກໂຕນິກ ກ່ຽວກັບຂ່າວສະເພາະດ້ານການເງິນ.

ໃນບົດຂຽນລົງແວບໄຊ ໃນວັນທີ 25 ຕຸລາ, ມີສຳນັກຂ່າວຕັ້ງຢູ່ ນິວຢອກ (ປະເທດ ອາເມລິກາ) ນີ້ ໄດ້ຖືວ່າ: ດ້ວຍລະດັບການເຕີບໂຕ GDP 5,33% ໃນໄຕມາດ III ຂອງປີນີ້, ກຳລັງໜູນການເຕີບໂຕຂອງ ຫວຽດນາມ ຍັງເຂັັ້ມແຂງຍ້ອນບັນດາຄອບຄົວໄດ້ນຳໃຊ້ບ້ວງເງິນປະຢັດໃນໄລຍະເກີດໂລກລະບາດໂຄວິດ -19. ໄປຄຽງຄູ່ກັນນັ້ນ, ສະພາບພູມສາດການເມືອງສະດວກ ແລະ ເລື່ອງທະນາຄານແຫ່ງລັດ ຫວຽດນາມ ຫລຸດລະດັບດອກເບ້ຍໄວກ່ວາການຄາດຄະເນ ກໍ່ແມ່ນບັນດາປັດໄຈຊຸກຍູ້ການເຕີບໂຕເສດຖະກິດ, ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ກາຍເປັນຕະຫຼາດດີທີ່ສຸດໃນພາກພື້ນ. ບົດຂຽນກໍ່ໃຫ້ຮູ້ຕື່ມອີກວ່າ: ເຖິງວ່າການແລກປ່ຽນການຄ້າໄດ້ຫລຸດລົງ ແລະ ຄວາມກົດດັນເງິນເຟີ້ເພີ່ມຂຶ້ນແຕ່ການເຕີບໂຕລາຍຮັບຕາມໂຄງປະກອບເສດຖະກິດຂອງ ຫວຽດນາມ ບໍ່ຫລຸດລົງ ແລະ ຈະສືບຕໍ່ເພີ່ມຂຶ້ນແບບປະເອີບໃຈໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top