• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ສິງ​ກະ​ໂປ​ລົງ​ຂ່າວ​ກ່ຽວ​ກັບ​ການ​ໂອ້​ລົມ​ສົນ​ທະ​ນາ ຫວຽດ​ນາມ ສິງ​ກະ​ໂປ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຢີ

ທ່ານ Chan Chun Sing ລັດ​ຖະ​ມົນ​ຕີ​ປະ​ສານ​ງານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການາສູນກາງ ພັກຈະ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸ​ທະ​ສາດ.
  (ພາບ​ປະ​ກອບ: VNA)  

ສື່ມວນ​ຊົນ​ສິງ​ກະ​ໂປ​ພ້ອມ​ກັນ​ລົງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທງ​ການ​ຂອງ​ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນກາງພັກ ແຕ່​ວັນ​ທີ 24 – 25 ສິງ​ຫາ ແລະ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນ​າ​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ​ຄັ້ງ​ທີ 1.

ໜັງ​ສື​ພິມ The Straits Times ແລະ AsiaOne ໄດ້​ລົງ​ຂ່າວ​ວ່າ​ບັນ​ດາ​ການ​ນຳ​ການ​ເມືອງ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສິງ​ກະ​ໂປ ແລະ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຄັ້ງ​ທີ່ 1 ໃນ​ວັນ​ທີ 25 ສິງ​ຫາ, ເພື່ອ​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄື: ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ພັດ​ທະ​ນາ​ການ​ຊີ້​ນຳ ແລະ ການ​ຫັນ​ປ່ຽນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ.

ຕາມ​ແຈ້ງ​ການ​ສື່ມວນ​ຊົນ​ຂອງ​ກົມ​ການ​ບໍ​ລິ​ການ​ສ​າ​ທາ​ລະ​ນະ ສິງ​ກະ​ໂປ (PSD), ທ່ານ Chan Chun Sing ລັດ​ຖະ​ມົນ​ຕີ​ປະ​ສານ​ງານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການາສູນກາງ ພັກຈະ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸ​ທະ​ສາດ. ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ PSD ແລະ ກະ​ຊວ​ງ​ການ​ຕ່າງ​ປ​ະ​ເທດ ຫວຽດ​ນາມ ປະ​ສານ​ງານ​ຈັດ​ຕັ້ງ.

(ແຫຼ່ງຄັດຈາກ VOV)

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

Top