• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ຟີ​ລິບ​ປິນ ແລະ ອິນ​ໂດ​ເນ​ເຊຍ ​ຍ້ອງ​ຍໍ​ອາ​ຫານ​ການ​ກິນ ຫວຽດ​ນາມ

ສັບປະດາຜ່ານມາ, ບັນດາອົງການສື່ມວນຊົນ ແຖວໜ້າ ຂອງຟີລິບປິນ ແລະ ອິນໂດເນເຊຍ ໄດ້ລົງບົດຂຽນຍ້ອງຍໍອາຫານການກິນທີເປັນຫຼາຍຮູບແບບ, ພົ້ນເດັ່ນຢູ່ 2 ນະຄອນຂອງ ຫວຽດນາມ ແມ່ນນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.
ໜ້າເວັບໄຊ Philstar ແນະນຳ ກ່ຽວກັບ ດ່ານັ້ງ

Philstar ໂດຍແມ່ນໜຶ່ງໃນບັນດາໜັງສືພິມແຖວໜ້າ ຟີລິບປິນ ໄດ້ມີບົດຂຽນກ່ຽວກັບເຫດການ ດ່ານັ້ງ ຫາກໍ່ໄດ້ເອົາລົງເຂົ້າບັນຊີລາຍຊື່ ປະເມີນຜົນ “ການຕິດດາວ” ຂອງ Michelin Guide ເຊິ່ງແມ່ນຄູ່ມືອາຫານການກິນ, ຈັດອັນດັບຮ້ານອາຫານມີຊື່ສຽງທີ່ສຸດໃນໂລກ. Philstar ຕີລາຄາ ດ່ານັ້ງ ບໍ່ພຽງແຕ່ ແມ່ນສະຖານທີ່ທ່ອງທ່ຽວ ໄດ້ຮັບການຍ້ອງຍໍຈາກໂລກ ເທົ່ານັ້ນ ຫາກຍັງແມ່ນຈຸດນັດພົບໃຫ້ແກ່ຜູ້ຄົນນິຍົມອາຫານການກິນ. Philstar ຕັກເຕືອນແຂກທ່ອງທ່ຽວ ບໍ່ຄວນພາດໂອກາດເຂົ້າບັນດາຮ້ານອາຫານທະເລ ດ້ວຍອາຫານທີ່ສົດ ແລະ ເຍື່ອງອາຫານທີ່ແຊບນົວຕ່າງໆຕາມແຄມທາງ.

Tempo ໜັງສືພິມທີ່ມີຊື່ສຽງຢູ່ ອິນໂດເນເຊຍ ໄດ້ເຕື້ອງເຖິງເຫດການນະຄອນ ໂຮ່ຈີມິນ ຈັດຢູ່ອັນດັບທີ 4 ໂລກ ແລະ ນຳໜ້າອາຊີ ໃນບັນຊີລາຍຊື່ “20 ນະຄອນອາຫານການກິນດີທີ່ສຸດໃນໂລກ” ໂດຍວາລະສານ “Time Out” ຂອງອັງກິດເລືອກເອົາ. ໜັງສືພິມ Tempo ໄດ້ຢັ້ງຢືນຄືນໃໝ່ການຍ້ອງຍໍຂອງສື່ມວນຊົນສາກົນ ແລະ ພາກພື້ນ ຕໍ່ລົດຊາດຂອງອາຫານການກິນ ຫວຽດນາມ. Tempo ໃຫ້ຮູ້ວ່າ ແຂກທ່ອງທ່ຽວ ອາດຈະຊິມບັນດາເຍື່ອງອາຫານທີ່ແຊບທີ່ສຸດຢູ່ ນະຄອນ ໂຮ່ຈີມິນ ນັບແຕ່ບັນດາຮ້ານອາຫານແຄມທາງ ຈົນຮອດບັນດາຮ້ານອາຫານໄດ້ຕິດດາວ ຂອງ Michelin Guide.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top