• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ເສີນ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ໜັງສືພິມ Pathet Lao ແລະ ໜັງສືພິມເອເລັກໂຕນິກ ຂອງສຳນັກຂ່າວສານປະເທດລາວ ສະບັບອອກວັນທີ 10 ກັນຍາ ມີບົດຂຽນ “ເສີມຂະຫຍາຍມູນເຊື້ອປະຫວັດສາດປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບເຕີບໃຫຍ່ ຢ່າງບໍ່ຢຸດຢັ້ງ”.
ສື່ມວນຊົນລາວ ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ແມ່ນສັນຍາລັກທີ່ມີຊີວິດຊີວາ, ສະແດງນ້ຳໃຈອັນດີງາມ, ເລິກເຊິ່ງໜຽວແໜ້ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຜູກພັນຮັກໄຄ່, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ. ສອງປະເທດ ເນັ້ນໜັກ ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນສອງປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ພ້ອມທັງປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງສອງພັກ, ສອງລັດ.

ກໍໃນວັນດຽວກັນ, ບັນດາໜັງສືພິມໃຫຍ່ຂອງລາວ ຄື ປະຊາຊົນ, ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ; ເວັບໄຊ Vientiane Mai; ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ; ສະຖານີໂທລະພາບແຫ່ງຊາດ ລາວ… ກໍໄດ້ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.

Top