• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ສ.ເຊັກໂກ: ການຢ້ຽມຢາມ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສ້າງກໍາລັງໜູນຊຸກຍູ້ການຮ່ວມມືໃນອະນາຄົດ

      ບັນດາຝ່າຍທັງໝົດ ລ້ວນແຕ່ຫວັງວ່າ ສັນຍາ ການຄ້າເສລີລະຫວ່າງຫວຽດນາມ - ອີຢູ ຈະໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໂດຍໄວ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ເຊັກໂກ  Milos Zeman (ພາບ: VGP)
      ກ່ອນການຢ້ຽມຢາມ, ໃນໄລຍະດໍາເນີນການຢ້ຽມຢາມ ແລະ ພາຍຫຼັງສິ້ນສຸດການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃນລະຫວ່າງວັນທີ 16 – 17 ເມສາ ຜ່ານມາ, ມີບັນດາຊ່ອງໂທລະພາບ, ໜັງສືພິມ, ສະຖານີວິທະຍຸກະຈາຍສຽງ ຂອງ ສ.ເຊັກໂກ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ, ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມແມ່ນ ສ້າງກໍາລັງໜູນພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ - ສ.ເຊັກໂກ. ນອກຈາກນັ້ນ, ບັນດາພາຫະນະສື່ມວນຊົນ ສ.ເຊັກໂກ ຍັງເນັ້ນໜັກເຖິງ ຄໍາຢັ້ງຢືນຂອງ ທ່ານນາຍົກລັດຖະມົນຕີ Babis ທີ່ວ່າ ທ່ານສະໜັບສະໜູນເລື່ອງ ຫວຽດນາມ ລົງນາມໃນສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ອີຢູ ໂດຍໄວ ແລະ ອອກສະໝັກຮັບເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ຍັງໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີ Babis ໂດຍໃຫ້ຮູ້ວ່າ ບັນດາຝ່າຍທັງໝົດ ລ້ວນແຕ່ຫວັງວ່າ ສັນຍາ ການຄ້າເສລີລະຫວ່າງຫວຽດນາມ - ອີຢູ ຈະໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນ ແລະ ມີຜົນສັກສິດໂດຍໄວ, ພ້ອມກັນນັ້ນ ທ່ານຈະຕິດຕໍ່ກັບ ຄະນະກໍາມະການເອີຣົບ ລອງເບິ່ງວ່າ ສັນຍາສະບັບນີ້ສາມາດລົງນາມ ແລະ ຮັບຮອງເອົາ ກ່ອນການປ່ອນບັດເລືອກຕັ້ງ ລັດຖະສະພາເອີຣົບໄດ້ບໍ? 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top