• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ກຳປູເຈຍ ແລະ ອາເມລິກາ ໃຫ້ຂ່າວກ່ຽວກັບການປະກອບສ່ວນຂອງອະດີດປະທານປະເທດ ເລດຶກແອັງ

      ວັນທີ 03 ພຶດສະພາ, ສື່ມວນຊົນ ກຳປູເຈຍ ໄດ້ລົງຂ່າວຫລາຍຢ່າງກ່ຽວກັບການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ແລະ ບັນດາການປະກອບສ່ວນຂອງທ່ານໃນພາລະກິດການປະຕິວັດ ຫວຽດນາມ ກໍ່ຄືຊ່ວຍປົດປ່ອຍປະຊາຊົນ ກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ.
            ເວັບໄຊ Freshnews ເປັນພາສາຂະແມ – ແມ່ນໜຶ່ງໃນບັນດາເວັບໄຊທີ່ມີຄົນເຂົ້າມາອ່ານຫລາຍທີ່ສຸດຢູ່ ກຳປູເຈຍ, ໄດ້ຢືນຢັນວ່າ ອະດີດປະທານປະເທດ ເລດຶກແອັງ ແມ່ນນາຍພົນບັນຊາກຳລັງກອງທັບ ຫວຽດນາມ ຊ່ວຍ ກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ. ເວັບໄຊກໍ່ເຕື້ອງເຖິງການປະກອບສ່ວນຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໃນການຕໍ່ສູ້ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

ອະດີດປະທານປະເທດ ເລດຶກແອັງ
      ໜັງສືພິມ Phnom Penh Post ເປັນພາສາ ອັງກິດ, ໜັງສືພິມ Rasmei Kampuchea ກໍ່ໄດ້ລົງພິມຊີວະປະຫວັດຫຍໍ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ.
        ໜັງສືພິມ Washington Post ຂອງ ອາເມລິກາ ກໍ່ໄດ້ລົງພິມບົດຂຽນກ່ຽວກັບອະດີດປະທານປະເທດ ເລດຶກແອັງ ດ້ວຍບົດບາດເປັນຜູ້ບັນຊາການທະຫານອາສາສະໝັກ ຫວຽດນາມ ໄປຊ່ວຍໂຄ່ນລົ້ມລະບອບດັບສູນເຊື້ອຊາດຂະແມແດງຢູ່ ກຳປູເຈຍ, ພ້ອມທັງແມ່ນສັກຂີພິຍານໃນເຫດການ ອາເມລິກາ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top