• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນໂລກຕີລາຄາສູງແນວທາງຂອງພັກກອມມູນິດຫວຽດນາມ

ໜັງສື່ພິມກໍ່ຄັດສະເໜີຄຳເວົ້າທີ່ວ່າ: “ບໍ່ມີເວລາໃດທີ່ປະເທດຫວຽດນາມ ມີຂອບຂະໜາດ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຄືໃນທຸກວັນນີ້” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ເວລະໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
(ໜັງສືພິມ ປະຊາຊົນ ຂອງລາວ ສະບັບອອກວັນທີ 29 ມັງກອນ)

ໜັງສືພິມ ປະຊາຊົນ ຂອງລາວ, ສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 29 ມັງກອນ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ກຳນົດທິດວິໄສທັດຍຸດທະສາດ”. ບົດຂຽນໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະສ້າງພືຶ້ນຖານສຳຄັນໃນຍຸດທະສາດສ້າງສາປະເທດຊາດຢ່າງໄວ, ຍາວນານ ແລະ ໝັ້ນຄົງຂອງຫວຽດນາມ. ໜັງສື່ພິມກໍ່ຄັດສະເໜີຄຳເວົ້າທີ່ວ່າ: “ບໍ່ມີເວລາໃດທີ່ປະເທດຫວຽດນາມ ມີຂອບຂະໜາດ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຄືໃນທຸກວັນນີ້” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ເວລະໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຢືນຢັນວ່າ, ຄຳກ່າວປາໄສດັ່ງກ່າວຂອງການນຳພັກ, ລັດ ຫວຽດນາມ ຈະສືບຕໍ່ສ້າງຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຂອງທົ່ວປວງຊົນກ່ຽວກັບເສັ້ນທາງກ້າວຂຶ້ນຂອງຫວຽດນາມ.

        ໜັງສືພິມ Pretoria News ຂອງອາຟະລິກາໃຕ້ ສະບັບອອກວັນທີ 29 ມັງກອນ, ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຂີດໝາຍປະຫວັດສາດຂອງຫວຽດນາມ” ຂອງຫົວໜ້າບັນນາທິການ Valerie Boje, ໃນນັ້ນຕີລາຄາສູງພື້ນຖານດ້ານການທູດຮອບດ້ານ, ທັນສະໄໝຂອງຫວຽດນາມ, ເປັນການປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ. ຜູ້ຂຽນໄດ້ເນັ້ນໜັກວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແມ່ນຈຸດເວລາສຳຄັນເພື່ອໃຫ້ຫວຽດນາມ ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນຫວ່າງມໍ່ໆມານີ້, ວາງອອກວິໄສທັດຂອງຫວຽດນາມ, ກໍຄືຮັບຮອງເອົາທິດທາງພັດທະນາໃນອະນາຄົດ ນັບທັງທາງດ້ານນະໂຍບາຍພົວພັນພາຍໃນ ແລະ ການຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

ບັນດາສຳນັກສື່ມວນຊົນໃຫຍ່ຂອງລາວຄື: ໜັງສືພິມປະເທດລາວ, ລາວ ພັດທະນາ ລ້ວນແຕ່ໄດ້ລົງພິມຂ່າວ, ບົດກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

Top