• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອັກຊັງຕີນຍ້ອງຍໍຄວາມສາມາດຊີ້ນຳນຳພາຂອງປະທານ ໂຮ່ຈີມິນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890-19/5/2017).

(ພາບປະກອບ)
      ໜັງສືພິມຂອງ ອັກຊັງຕີນ ໄດ້ລົງພິມບັນດາບົດກະວີ “ບັນທຶກປະຈຳວັນໃນຄຸກ“ ແລະ ບົດທີ່ຍ້ອງຍໍແນວຄິດປະຕິວັດຂອງປະທານ ໂຮ່ຈີມິນ, ເຊິ່ງໄດ້ຊ່ວຍປະຊາຊົນ ຫວຽດນາມ ຍາດເອົາໄຊຊະນະອັນສະຫງ່າລາສີ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
            ດ້ວຍຫົວຂໍ້ວ່າ “ການຊີ້ນຳນຳພາຂອງປະທານ ໂຮ່ຈີມິນ, ມໍລະດົກຂອງ ຫວຽດນາມ ແລະ ໂລກ“ ເວັບໄຊ Medium.com ໃຫ້ຂໍ້ສັງເກດວ່າ, ໃນປະຫວັດສາດຍຸກປະຈຸບັນຂອງຊາດ ຫວຽດນາມ, ຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ, ຍາມໃດກໍ່ຕິດພັນກັບບັນດາເຫດການສຳຄັນຍິ່ງຂອງປະເທດ. ສ່ວນເວັງໄຊ acercandonacions.com ກໍ່ໄດ້ອັບຮູບພາບປະທານ ໂຮ່ຈີມິນ ພ້ອມກັບຄຳພິໄນກຳຂອງເພິ່ນທີ່ວ່າ: “ຄວາມປາຖະໜາສຸດທ້າຍຂອງຂ້າພະເຈົ້າແມ່ນ: ທົ່ວພັກ, ທົ່ວປວງຊົນເຮົາສາມັກຄີກັນສູ້ຊົນສ້າງປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດປະຕິວັດໂລກ“ ໃນໜ້າສຳຄັນ. ຜູ້ຂຽນບົດໄດ້ຍ້ອງຍໍປະທານ ໂຮ່ຈີມິນ ປຽບເໝືອນຜູ້ນຳທີ່ຍິ່ງໃຫຍ່, ນຳພາເສັ້ນທາງປະຕິວັດ, ຊ່ວຍປະຊາຊົນ ຫວຽດນາມ ຍາດໄດ້ໄຊຊະນະອັນພິລະອາດຫານໃນການຕໍ່ຕ້ານຍາດເອົາເອກະລາດແຫ່ງຊາດ. ສ່ວນວາລະສານສັງລວມ ອາເມລິກາລາຕີນ ກໍ່ເນັ້ນໜັກວ່າ, ໃນເກືອບ 50 ປີຜ່ານມາ, ໂດຍປະຕິບັດຕາມຄຳພິໄນກຳຂອງປະທານ ໂຮ່ຈີມິນ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຮັບບັນດາຜົນງານອັນໃຫຍ່ຫຼວງ ແລະ ໜ້າເອກອ້າງທະນົງໃຈ.
(ແຫຼ່ງຄັດຈາກ VOV)
            

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top