• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນ ລົງຂ່າວ ແລະ ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງການນໍາ ສປປ.ເກົາຫຼີ

ຂ່າວ ແລະ ບົດກ່ຽວກັບການເດີນທາງມາ ຫວຽດນາມ ຂອງການນໍາ ສປປ.ເກົາຫຼີ ໃນຄັ້ງນີ້ ໄດ້ລົງພິມໃນໜ້າທໍາອິດຂອງບັນດາສໍານັກຂ່າວສານສາກົນເປັນຈໍານວນຫຼວງຫຼາຍ.

ໃນເວລາປະມານ 11 ໂມງ ຂອງວັນທີ 26 ກຸມພາ, ທ່ານປະທານ ແຫ່່ງ ສປປ.ເກົາຫຼີ Kim Jong –un ໄດ້ມາຮອດໂຮງແຮມ Melia ຢູ່ນະຄອນຫຼວງຮ່າໂນ້ຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ ແລະ ການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ຂ່າວ ແລະ ບົດກ່ຽວກັບການເດີນທາງມາ ຫວຽດນາມ ຂອງການນໍາ ສປປ.ເກົາຫຼີ ໃນຄັ້ງນີ້ ໄດ້ລົງພິມໃນໜ້າທໍາອິດຂອງບັນດາສໍານັກຂ່າວສານສາກົນເປັນຈໍານວນຫຼວງຫຼາຍ.

ປະຕູເຊົ້າສູນສື່ມວນຊົນສາກົນຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

ໃນວັນທີ 26 ກຸມພາ, ສື່ມວນຊົນ ສປປ.ເກົາຫຼີ ສືບຕໍ່ໄດ້ລົງຂ່າວກ່ຽວກັບການເດີນທາງມາ ຫວຽດນາມ ຂອງ ທ່ານ Kim Jong–un ໃນຄັ້ງນີ້  ເພື່ອພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກ ປະຊາຊົນ ສປປ.ເກົາຫຼີ ໄດ້ລົງພິມບົດນໍາ ໂດຍໃຫ້ຮູ້ວ່າ ປະຊາຊົນ ສປປ.ເກົາຫຼີ ມີຄວາມປະຕິຊົມຊື່ນ ເມື່ອຮູ້ຂ່າວກ່ຽວກັບການໄປປະຕິບັດງານດັ່ງກ່າວ. ບົດນໍາໃນ ໜັງສືພິມ Rodong Sinmun ກໍໄດ້ເນັ້ນໜັກວ່າ ການນໍາ Kim Jong –un ມານະພະຍາຍາມເພື່ອສະແດງໃຫ້ເຫັນຄຸນຄ່າ ແລະ ທີ່ຕັ້ງບົດບາດຂອງ ປະເທດ ສປປ.ເກົາຫຼີ ໃນເວທີສາກົນ.  

        ສໍານັກຂ່າວສານ CNN ຂອງ ອາເມລິກາ ໄດ້ອັບເດັດການເດີນທາງຂອງການນໍາ ສປປ.ເກົາຫຼີ ຢ່າງລະອຽດ, ຄົບຖ້ວນ. ສໍານັກຂ່າວສານ BBC ຂອງອັງກິດ ກໍໄດ້ອັບເດັດຂ່າວຄາວລະອຽດພິທີຕ້ອນຮັບການນໍາ ສປປ.ເກົາຫຼີ ຢູ່ ສະຖານີລົດໄຟ ດົ່ງດັງ, ແຂວງລ້າງເຊີນຫວຽດນາມ.

ສໍານັກຂ່າວສານ Reuters ກໍໃຫ້ຮູ້ເຖິງຄວາມຮູ້ສຶກຂອງປະຊາຊົນຫວຽດນາມ ເມື່ອຕ້ອນຮັບການນໍາ ສປປ.ເກົາຫຼີ ດ້ວຍໄມຕີຈິດທີ່ພິເສດ ແລະ ລ້ວນແຕ່ສະແດງຄວາມພາກພູມໃຈ ເມື່ອໄດ້ຕ້ອນຮັບການນໍາ Kim Jong –un ແລະ ມີຄວາມຮູ້ສຶຶກວ່າ ທ່ານເປັນການນໍາທີ່ສະໜິດສະໜົມ.

ນອກຈາກນັ້ນ, ຍັງມີສື່ມວນຊົນຈາກຫຼາຍປະເທດໄດ້ລົງຂ່າວ ແລະ ຖ່າຍທອດສົດພິທີຕ້ອນຮັບການນໍາ ສປປ.ເກົາຫຼີ ຢູ່ ສະຖານີລົດໄຟ ດົ່ງດັງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top