
ຂົວຄຳ Sun World Ba Na Hills
ເດືອນ ມິຖຸນາ 2018, ຂົວຫວ່າງ (ຂົວຄຳ) ຢູ່ເຂດທ່ອງທ່ຽວ Sun World Ba Na Hills, ດ່ານັ້ງ, ໄດ້ອອກສະເໜີຕົວຢ່າງເປັນທາງການ. ນີ້ແມ່ນກິດຈະກຳນອນໃນເຂດທ່ອງທ່ຽວໂດ່ງດັ່ງ ດ່ານັ້ງ - Sun World Ba Na Hills. ຂົວຄຳທາງຍ່າງນີ້ມີລວງຍາວ 150 ແມັດ, ໃນຄວາມສູງກ່ວາ 1.400 ແມັດ, ໄດ້ອອກແບບຄືດັ່ງແພໄໝ ທີ່ໄດ້ຍົກຂຶ້ນດ້ວຍ 2 ຝາມື. ໃນຕະຫຼອດ 2 ເດືອນຜ່ານມາ, ຂົວຫວ່າງ (Golden Bridge) ຢູ່ເຂດທ່ອງທ່ຽວ Sun World Ba Na Hills ໄດ້ຮັບການເວົ້າເຖິງໃນແວບໄຊ, fanpage ແລະ ລາຍການທ່ອງທ່ຽວ, ວິຖີຊີວິດຂອງສື່ມວນຊົນສາກົນ ແລະ ສື່ສັງຄົມອອນລາຍ. ຂົວຄຳກໍ່ປະກົດໜ້າໜັງສືພິມໃນບັນດາສຳນັກຂ່າວສານໃຫຍ່ຂອງໂລກຄື: Reuters, AFP, CNN, BBC, The New York Times…ດ້ວຍຫຼາຍຮູບແບບຄື: ບົດ, ວີດີໂອ, ພາບສາລະຄະດີ…
(ແຫຼ່ງຄັດຈາກ VOV)