ໃນຕະຫຼອດ 2 ເດືອນຜ່ານມາ, ຂົວຫວ່າງ (Golden Bridge) ຢູ່ເຂດທ່ອງທ່ຽວ Sun World Ba Na Hills ໄດ້ຮັບການເວົ້າເຖິງໃນແວບໄຊ

ຂົວຄຳ Sun World Ba Na Hills
ເດືອນ ມິຖຸນາ 2018, ຂົວຫວ່າງ (ຂົວຄຳ) ຢູ່ເຂດທ່ອງທ່ຽວ Sun World Ba Na Hills, ດ່ານັ້ງ, ໄດ້ອອກສະເໜີຕົວຢ່າງເປັນທາງການ. ນີ້ແມ່ນກິດຈະກຳນອນໃນເຂດທ່ອງທ່ຽວໂດ່ງດັ່ງ ດ່ານັ້ງ - Sun World Ba Na Hills. ຂົວຄຳທາງຍ່າງນີ້ມີລວງຍາວ 150 ແມັດ, ໃນຄວາມສູງກ່ວາ 1.400 ແມັດ, ໄດ້ອອກແບບຄືດັ່ງແພໄໝ ທີ່ໄດ້ຍົກຂຶ້ນດ້ວຍ 2 ຝາມື. ໃນຕະຫຼອດ 2 ເດືອນຜ່ານມາ, ຂົວຫວ່າງ (Golden Bridge) ຢູ່ເຂດທ່ອງທ່ຽວ Sun World Ba Na Hills ໄດ້ຮັບການເວົ້າເຖິງໃນແວບໄຊ, fanpage ແລະ ລາຍການທ່ອງທ່ຽວ, ວິຖີຊີວິດຂອງສື່ມວນຊົນສາກົນ ແລະ ສື່ສັງຄົມອອນລາຍ. ຂົວຄຳກໍ່ປະກົດໜ້າໜັງສືພິມໃນບັນດາສຳນັກຂ່າວສານໃຫຍ່ຂອງໂລກຄື: Reuters, AFP, CNN, BBC, The New York Times…ດ້ວຍຫຼາຍຮູບແບບຄື: ບົດ, ວີດີໂອ, ພາບສາລະຄະດີ…
(ແຫຼ່ງຄັດຈາກ VOV)