• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວໃຫ້ຂ່າວ ແລະ ບົດກ່ຽວກັບປີສາມັກຄີມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ 2022

ໃນຊຸມມື້ມໍ່ໆມານີ້, ໜັງສືພິມໃຫຍ່ສະບັບຕ່າງໆຂອງລາວເຊັ່ນ ໜັງສືພິມປະຊາຊົນ, ປະເທດລາວ, ລາວພັດທະນາ ຫຼືສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄດ້ໃຫ້ຂ່າວ ແລະ ບົດຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.

ໃນຊຸມມື້ມໍ່ໆມານີ້, ໜັງສືພິມໃຫຍ່ສະບັບຕ່າງໆຂອງລາວເຊັ່ນ ໜັງສືພິມປະຊາຊົນ, ປະເທດລາວ, ລາວພັດທະນາ ຫຼືສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄດ້ໃຫ້ຂ່າວ ແລະ  ບົດຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.

    

ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ລົງພິມບົດນຳທີ່ມີຫົວຂໍ້ວ່າ “ຮ່ວມກັນ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022”. ບົດນຳ ເນັ້ນໜັກວ່າ, ປີ 2022 ແມ່ນໂອກາດເພື່ອ ໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານ, ລັດຖະກອນ, ກໍາລັງປະກອບອາວຸດ, ປະຊາຊົນ, ໂດຍສະເພາະແມ່ນ ຊາວໜຸ່ມໃຫ້ມີສະຕິ, ຄວາມເຂົ້າໃຈເລິກເຊິ່ງເພື່ອສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງສາຍພົວພັນ ກໍຄືຜົນງານ ການປະຕິວັດຂອງສອງປະເທດບັນລຸໄດ້.

     ສ່ວນໜັງສືພິມ ປະເທດລາວ , ສຽງຂອງ ສຳນັກຂ່າວສານ ປະເທດລາວ (KPL) ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ນັບມື້ນັບພັດທະນາ, ນຳມາເຊິ່ງ ຜົນປະໂຫຍດ ອັນແທດຈິງ ໃຫ້ແກ່ປະຊາຊົນສອງປະເທດ". 

        ບົດຂຽນໃຫ້ຮູ້ວ່າ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ການສຶກສາ, ເສດຖະກິດ, ການຄ້າ ແລະ ການລົງທຶນນັບມື້ນັບ ເຂົ້າສູ່ລວງເລິກ, ມີບາດກ້າວບຸກທະລຸ ແລະ ນຳມາເຊິ່ງຜົນປະໂຫຍດສູງສຸດ ໃຫ້ປະຊາຊົນ ສອງປະເທດ.

     ໃນຂົງເຂດການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ ລາວ, ມາຮອດປະຈຸບັນ, ມີຫລາຍໂຄງການໄດ້ຮັບການປະຕິບັດ ແລະ ສຳເລັດ. ທຶນຊ່ວຍເຫຼືອລ້າຂອງຫວຽດນາມ ໃຫ້ແກ່ລາວກໍ່ເພີ່ມຂຶ້ນໃນແຕ່ລະປີ, ໂຄງການຊ່ວຍເຫຼືອຂອງຫວຽດນາມ ໃຫ້ແກ່ລາວ ແມ່ນນັບມື້ນັບມີຈຸດສຸມ. ໃນນັ້ນ ໜຶ່ງໃນບັນດາໂຄງການທີ່ເປັນຂີດໝາຍທີ່ພົ້ນເດັ່ນ ແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ຊຶ່ງເປັນຂອງຂວັນອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ. ການຮ່ວມມືລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ , ອົງການຈັດຕັ້ງສັງຄົມ ແລະ ທ້ອງຖິ່ນ ສືບຕໍ່ໄດ້ຮັບການຊຸກຍູ້, ປະຕິບັດຢ່າງມີປະສິດທິຜົນຕາມແຜນການ ແລະ ແທດເໝາະກັບສະພາບຕົວຈິງ, ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ແລກປ່ຽນ ບົດຮຽນປະສົບການ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ… ໜັງສືພິມປະເທດລາວ ໄດ້ສະຫລຸບວ່າ: “ບັນດາການຮ່ວມມືອັນກວ້າງເລິກທີ່ໄດ້ກ່າວມາຂ້າງເທິງນີ້ ແມ່ນເພື່ອແນໃສ່ ຮັດແໜ້ນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອໂດຍ ທ່ານປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ໄດ້ເພີ່ມພູນຕູນສ້າງໃຫ້ນັບມື້ນັບເກີດດອກອອກຜົນ ແລະ ກາຍເປັນມໍລະດົກອັນລ້ຳຄ່າຂອງລຸ່ນລູກລູ່ນຫຼານຂອງສອງປະເທດ ໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top