
ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ
ພາບ:TTXVN
ບັນດາຫນັງສືພິມໃຫຍ່ຄື: ປະເທດລາວ, ປະຊາຊົນ, ລາວພັດທະນາ, ເສດຖະກິດ ການຄ້າ, ວຽງຈັນທາມ ລ້ວນແຕ່ລົງພິມເນື້ອໃນທີ່ໄດ້ຮັບການປຶກສາຫາລືທີ່ກອງປະຊຸມ ພ້ອມທັງຍົກໃຫ້ເຫັນລະອຽດເອກະສານຮ່ວມມື 12 ສະບັບ ຊື່ງສອງປະເທດໄດ້ລົງນາມທີ່ກອງປະຊຸມຄັ້ງນີ້.
ຕາມສຳນັກຂ່າວສານປະເທດລາວແລ້ວ, ສັນຍາລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ແມ່ນເອກະສານສຳຄັນທີ່ສຸດ ຊື່ງລັດຖະບານສອງປະເທດບັນລຸໄດ້ທີ່ກອງປະຊຸມຄັ້ງນີ້. ສ່ວນ ຫນັງສືພິມວຽງຈັນທາມ ຖືວ່າ ເລື່ອງສອງປະເທດລົງນາມໃນຂໍ້ຕົກລົງ 12 ສະບັບທີ່ກອງປະຊຸມ, ໃນນັ້ນ ມີສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ໄດ້ອະນຸຍາດໃຫ້ປະເທດທີ່ບໍ່ມີທະເລຄື ລາວ ມີເສັ້ນທາງສຳຜັດກັບບັນດາເສັ້ນທາງການຄ້າບົນທະເລ. ຫນັງສືພິມໄດ້ໃຫ້ຂໍ້ສັງເກດວ່າ ບັນດາຂໍ້ຕົກລົງດັ່ງກ່າວຈະຊ່ວຍເພີ່ມທະວີການພົວພັນ ແລະ ເປີດກວ້າງການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.ຄຽງຄູ່ກັນນັ້ນ ບັນດາຫນັງສືພິມ, ພາຫະນະສື່ມວນຊົນອື່ນຂອງລາວ ກໍ່ໄດ້ສະຫງວນເວລາເພື່ອເວົ້າເຖິງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)