• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຝລັ່ງຕີລາຄາຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີປະສິດທິຜົນທີ່ສຸດໃນພາກພື້ນ

      ວັນທີ 28 ທັນວາ, ແວັບໄຊຂອງວາລະສານ “La tribune” ແລະ “Les Echos Investir” ກ່ຽວກັບເສດຖະກິດຂອງຝລັ່ງ, ໄດ້ຍ້ອງຍໍຫວຽດນາມ ບັນລຸລະດັບເຕີບໂຕເສດຖະກິດສູງສຸດໃນຮອບເວລາ 10 ປີຜ່ານມາ ແລະ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸປະສິດທິຜົນທີ່ສຸດໃນພາກພື້ນ.

(ພາບປະກອບ: TTXVN)
      ໜັງສືພິມຝລັ່ງ ໃຫ້ຮູ້ວ່າ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດສູງທີ່ສຸດ, ຂຶ້ນເຖິງ 6,81% ໃນປີ 2017 ແລະ ລື່ນກາຍລະດັບຄາດຄະເນແມ່ນ 6,7%. ບັນດາຂົງເຂດທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນປີ 2017 ແມ່ນການຜະລິດກະສິກຳ, ການສົ່ງອອກ. ວິວັດທະນາການຫັນເປັນຫຸ້ນສ່ວນ ແລະ ຫັນເປັນພາກເອກະຊົນແມ່ນໜຶ່ງໃນບັນດາປັດໃຈຮັກສາລະດັບເຕີບໂຕສູງຂອງຫວຽດນາມ ໃນຊຸມປີຜ່ານມາ.
        ສື່ມວນຊົນຝລັ່ງ ໄດ້ຄັດສະເໜີຂໍ້ສັງເກດຂອງທະນາຄານໂລກ ໂດຍຖືວ່າ, ຫວຽດນາມ ຄວນມານະພະຍາຍາມເພື່ອຮັກສາທ່າເຕີບໂຕສູງໃນປີ 2018 ແລະ ຄາດຄະເນວ່າ ເສດຖະກິດຫວຽດນາມ ອາດຈະບັນລຸໄດ້ລະດັບເຕີບໂຕ 6,5% ໃນປີ 2018.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top