• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນປະກອບສ່ວນສຳຄັນເຂົ້າໃນຜົນ​ສຳ​ເລັດ​ຂອງວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19

ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດສຳຄັນທີ່ສຸດ ນັ້ນແມ່ນ ຈຳນວນຜູ້ຕິດເຊື້ອໃນຍອດຈຳນວນພົນລະເມືອງແມ່ນນອນໃນກຸ່ມຕ່ຳສຸດໃນໂລກແລະ ສິ່ງສຳຄັນກວ່ານັ້ນແມ່ນບໍ່ມີກໍລະນີໃດເສຍຊີວິດ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ພາບ: bienphong.vn 


ຕອນບ່າຍວັນທີ 16 ມິຖຸນາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ ສື່ມວນຊົນ ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງວຽກງານປອ້ງກັນ ສະກັດກັ້ນໂລກລະບາດ ໂຄວິດ 19. ເພາະສະນັ້ນ ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດສຳຄັນທີ່ສຸດ ນັ້ນແມ່ນ ຈຳນວນຜູ້ຕິດເຊື້ອໃນຍອດຈຳນວນພົນລະເມືອງແມ່ນນອນໃນກຸ່ມຕ່ຳສຸດໃນໂລກແລະ ສິ່ງສຳຄັນກວ່ານັ້ນແມ່ນບໍ່ມີກໍລະນີໃດເສຍຊີວິດ. ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງການເປັນເຈົ້າການ, ວຽກງານສົມທົບກັນຂອງແນວໂຮມປະເທດຊາດຫວຽດນາມ ໃນການຂົນຂວາຍປະຊາຊົນປະຕິບັດວຽກງານປ້ອງກັນ ສະກັດກັ້ນໂລກລະບາດເປັນຢ່າງດີ, ຂົນຂວາຍອົງການ, ສ່ວນບຸກຄົນ ບໍລິຈາກຈຳນວນເງິນ 2.000 ຕື້ດົງ ເພື່ອຊ່ວຍລັດຫລຸດຜ່ອນການໃຊ້ຈ່າຍງົບປະມານໃນວຽກງານນີ້.

 “ສາເຫດຊ່ວຍວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ຂອງຫວຽດນາມບັນລຸປະສິດທິຜົນ ແມ່ນຍ້ອນມີນ້ຳໃຈຮັກຊາດ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ, ຄວາມເຫັນດີເຫັນພ້ອມສະຫນັບສະຫນູນລະບອບ. ຈິດໃຈຫວຽດນາມ, ວັດທະນະທຳຫວຽດນາມ, ການກະທຳຂອງບັນດາຜູ້ໃຈບຸນໃຈກຸສົນ ນັບທັງຜູ້ເຖົ້າແກ່ຕະຫລອດຮອດເດັກນ້ອຍ ພວກເຮົາລ້ວນແຕ່ເຫັນໄດ້. ບັນດາຮູບພາບນັ້ນ ບໍ່ແມ່ນຢູ່ປະເທດໃດກໍ່ມີ. ພວກເຮົາຮູ້ສຶກເອກອ້າງທະນົງໃຈ ແລະ ສື່ມວນຊົນສ່ອງແສງໄດ້ສິ່ງນັ້ນ”

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານຈະຍື່ນສະເຫນີ ສະພາແຫ່ງຊາດ ບັນດາມາດຕະການຊຸກຍູ້ການພັດທະນາເສດຖະກິດສັງຄົມແຕ່ນີ້ຮອດທ້າຍປີ, ຕັດສິນໃຈບັນລຸບັນດາຄາດໝາຍວາງອອກ. ສະນັ້ນ ຫນ້າທີ່ຂອງວຽກງານສື່ສານ ແມ່ນສືບຕໍ່ເພື່ອໃຫ້ປະຊາຊົນປ້ອງກັນໂລກລະບາດ ພ້ອມທັງປະຕິບັດຫນ້າທີ່ເສດຖະກິດສັງຄົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top