• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຕ້ອງໄວກ່ວາ, ຊັດເຈນກ່ວາ, ເປັນມືອາຊີບກ່ວາ ແລະ ຕິດແທດກັບພືດຕິກຳຕົວຈິງກ່ວາ

ຄະນະໂຄສະນາສຶກສາສູນກາງພັກ ໃຫ້ຮູ້ວ່າ: ບັນດາສິ່ງພິມ, ລາຍການກະຈາຍສຽງ, ໂທລະພາບ ໃນຍາມບຸນປີໃໝ່ປີແມວ 2023 ໄດ້ຮັບການລົງທຶນທີ່ລອບຄອບຖີ່ຖ້ວນ, ເປັນເອກະລັກສະເພາະ, ອຸດົມສົມບຸນ...
  ການເຮັດວຽກໃນວັນທີ 31 ມັງກອນ 2023  

ສື່ມວນຊົນຕ້ອງໄວກ່ວາ, ຊັດເຈນກ່ວາ, ເປັນມືອາຊີບກ່ວາ ແລະ ຕິດແທດກັບພືດຕິກຳຕົວຈິງກ່ວາ - ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ທີ່ກອງປະຊຸມແລກປ່ຽນວຽກງານສື່ມວນຊົນຕົ້ນລະດູບານໃໝ່ປີແມວ 2023 ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖືວ່າ: ບັນດາອົງການສື່ມວນຊົນຕ້ອງລົງທຶນສ້າງບັນດາສິ່ງພິມ, ຜະລິດຕະພັນດ້ວຍຫຼາຍຮູບຫຼາຍແບບເພື່ອເປັນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ສຳລັບນັກຄຸ້ມຄອງ ແລະ ປະຊາຊົນ:

ໄປຄຽງຄູ່ກັບການສ່ອງແສງກ່ຽວກັບຂໍ້ມູນຂ່າວສານພວກເຮົາຕ້ອງສະຫລຸບເພື່ອຍົກອອກໄດ້ບັນດາບັນຫາເພື່ອຕີລາຄາບັນດາການກະທຳບັນດາການປະພຶດຂອງລັດຖະບານໃນແນວຮົມນີ້ຈາກນັ້ນກະທົບຕອບຄືນກ່ຽວກັບດ້ານນະໂຍບາຍຢ່າງທັນການການກະທົບຕອບທັນການປະຕິກິລິຍາໄວແມ່ນຕ້ອງມີກາສະໜັບສະໜູນຂອງສື່ມວນຊົນ”.

ກໍ່ທີ່ກອງປະຊຸມນີ້, ຄະນະໂຄສະນາສຶກສາສູນກາງພັກ ໃຫ້ຮູ້ວ່າ: ບັນດາສິ່ງພິມ, ລາຍການກະຈາຍສຽງ, ໂທລະພາບ ໃນຍາມບຸນປີໃໝ່ປີແມວ 2023 ໄດ້ຮັບການລົງທຶນທີ່ລອບຄອບຖີ່ຖ້ວນ, ເປັນເອກະລັກສະເພາະ, ອຸດົມສົມບຸນ, ມີຄຸນນະພາບທາງດ້ານເນື້ອໃນ.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top