• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ໄຂຊຸດຝຶກອົບຮົມການນຳໜຸ່ມບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 3.
ບັນດາສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົມ

ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນຮອດວັນທີ 15 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງສຳມະນາກອນ 50 ຄົນ ທີ່ມາຈາກສາມປະເທດ. ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຊຸດຝຶກອົບຮົມ, ນັ້ນແມ່ນການສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຂອງການນຳຂັ້ນສູງສາມພັກ ລາວ - ຫວຽດນາມ - ກຳປູເຈຍ; ເຊິ່ງເປັນມູນເຊື້ອອັນດີງາມ, ຊັບສົມບັດອັນລ້ຳຄ່າ ທີ່ເຂັ້ມຂຸ້ນໄປດ້ວຍຄວາມເປັນເອກະລັກຂອງສາມພັກ. ໃນຊຸດຝຶກອົບຮົບ, ບັນດາສຳມະນາກອນຈະແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດ ແລະ ພ້ອມກັນຫວນຄືນມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ; ແບ່ງປັນບົດຮຽນປະສົບການສ້າງສາປະເທດຂອງແຕ່ລະພັກ, ແຕ່ລະປະເທດໃນປັດຈຸບັນ.

        ບັນດາສຳມະນາກອນ ຈະໄດ້ລົງເລິກປຶກສາຫາລືບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງສາມປະເທດ; ຍຸດທະສາດພັດທະນາເສດຖະກິດ - ການຄ້າຂອງສາມປະເທດໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທຳ 3 ປະເທດ... ນອກຈາກການປຶກສາຫາລືຕາມຫົວຂໍ້ແລ້ວ, ບັນດາສຳມະນາກອນກໍຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມບາງເຂດອະນຸສອນສະຖານ, ຮາກຖານການຜະລິດທີ່ສຳຄັນຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງ ວຽງຈັນ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top