ຕອນບ່າຍວັນທີ 19 ກຸມພາ, ຢູ່ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 20 ກຸມພາ 2025. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂົງເຂດຜະລິດທັນຍາຫານ, ພະລັງງານໃຫ້ມີປະສິດທິຜົນ; ແລກປ່ຽນເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ: ເຕັກໂນໂລຢີຊີວະພາບ, ສາທາລະນະສຸກ, ການທ່ອງທ່ຽວ; ສືບຕໍ່ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.
ສ່ວນທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ກູບາ ຢັ້ງຢືນວ່າ ກູບາ ຖືການພົວພັນຮ່ວມມືລະຫວ່າງສອງພັກເປັນສຳຄັນທີ່ສຸດ, ສ້າງພື້ນຖານອັນໝັ້ນແກ່ນ ແລະ ກຳນົດການພົວພັນສອງຝ່າຍ.
ໃນຕອນບ່າຍວັນດຽວດກັນ, ຢູ່ທຳນຽບປະທານປະເທ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ກູບາ ເຊັ່ນດຽວກັນ.