ຂ່າວສານ

ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ກູ​ບາ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂົງເຂດຜະລິດທັນຍາຫານ, ພະລັງງານໃຫ້ມີປະສິດທິຜົນ; ແລກປ່ຽນເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ (ພາບ: TTXVN)

ຕອນບ່າຍວັນທີ 19 ກຸມພາ, ຢູ່ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ກູບາ ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 20 ກຸມພາ 2025. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂົງເຂດຜະລິດທັນຍາຫານ, ພະລັງງານໃຫ້ມີປະສິດທິຜົນ; ແລກປ່ຽນເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ: ເຕັກໂນໂລຢີຊີວະພາບ, ສາທາລະນະສຸກ, ການທ່ອງທ່ຽວ; ສືບຕໍ່ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.

        ສ່ວນທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ກູບາ ຢັ້ງຢືນວ່າ ກູບາ ຖືການພົວພັນຮ່ວມມືລະຫວ່າງສອງພັກເປັນສຳຄັນທີ່ສຸດ, ສ້າງພື້ນຖານອັນໝັ້ນແກ່ນ ແລະ ກຳນົດການພົວພັນສອງຝ່າຍ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla (ພາບ: TTXVN)

ໃນຕອນບ່າຍວັນດຽວດກັນ, ຢູ່ທຳນຽບປະທານປະເທ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ກູບາ ເຊັ່ນດຽວກັນ.



top