• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ເພີ່ມທະວີບັນດາມາດຕະການເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ິ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (ຄະນະຊີ້ນຳ) ເປັນປະທານກອງປະຊຸມຄັ້ງທີ 19 ຂອງຄະນະຊີ້ນຳທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ໃນໄລຍະຈະມາເຖິງແມ່ນຮອດບຸນປີໃໝ່ສາກົນ, ບຸນເຕັດ ແລະ ງານບຸນຕ່າງໆ, ຄວາມຕ້ອງການແລກປ່ຽນຄ້າຂາຍ, ທ່ອງທ່ຽວເພີ່ມຂຶ້ນສູງ, ພ້ອມກັບສະພາບອາກາດມີການປ່ຽນແປງຜິດປົກກະຕິ ແມ່ນເງື່ອນໄຂສະດວກໃຫ້ພະຍາດຕ່າງໆແຜ່ລະບາດ… ສະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ.

“ເດັດຂາດຫ້າມບໍ່ປະໃຫ້ໂລກລະບາດແຜ່ລາມໃນໂອກາດບຸນປີໃໝ່ສາກົນ ແລະ ບຸນເຕັດ, ສົ່ງເສີມ, ປຸກລະດົມ, ຂົນຂວາຍປະຊາຊົນເຂົ້າຮ່ວມການສັກວັກຊິນຢ່າງຄົບຖ້ວນ, ຖືກກັບເວລາ. ບໍ່ໃຫ້ປະມາດຕໍ່ໂລກລະບາດຢ່າງເດັດຂາດ, ໂດຍສະເພາະແມ່ນໂລກລະບາດໂຄວິດ-19, ມີບັນດາມາດຕະການແກ້ໄຂຮັບປະກັນຄວາມປອດໄພດ້ານສະບຽງອາຫານ. ຍາມໃດກໍ່ຢູ່ໃນທ່າປ້ອງກັນພະຍາດ ດີກວ່າປິ່ນປົວພະຍາດ, ຮັບປະກັນຊີວິດສັງຄົມໃນໂອກາດບຸນເຕັດ ກໍຄືພາຍຫຼັງບຸນປີໃໝ່ສາກົນ ເພື່ອໃຫ້ປະຊາຊົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ບັນດາສານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນທີ່ເຂົ້າຮ່ວມ.

Top