• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສ້າງກອງທັບ ທີ່ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ ຢ່າງເດັດຂາດ

      ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ອົງຄະນະພັການທະຫານສູນກາງ ອາຍຸການ 2020 – 2025 ໄດ້ຈັດກອງປະຊຸມຄັ້ງທີ 1, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ກອງປະຊຸມດັ່ງກ່າວ ກໍມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ,  ທ່ານພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ ອົງຄະນະພັກການທະຫານສູນກາງ ອາຍຸການ 2015 – 2020 ທີ່ໄດ້ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ,  ຍາມໃດກໍມີຄວາມສາມັກຄີ, ມີການປ່ຽນແປງໃໝ່, ປະດິດຄິດສ້າງຫຼາຍຢ່າງ, ຊີ້ນຳນຳພາທົ່ວກອງທັບປະຕິບັດມະຕິກອງປະຊຸມໃຫຍ່   ອົງຄະນະພັກການທະຫານຄັ້ງທີ X, ບັນດາເປົ້າໝາຍ, ແຜນນະໂຍບາຍໃຫຍ່ກ່ຽວກັບການທະຫານປ້ອງກັນຊາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ໄດ້ວາງອອກ ຢ່າງມີໄຊ.
            ທ່ານເລຂາທິການໃຫຍ່ກໍສະເໜີ ໃຫ້ອົງຄະນະພັກການທະຫານສູນກາງ ອາຍຸການໃໝ່  ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບໜ້າທີ່ສຳຄັນຂອງຕົນ, ສືບຕໍ່ມີແນວຄິດທີ່ໝັ້ນຄົງ, ຢຶດໝັ້ນ, ສາມັກຄີ, ມີຄວາມເປັນເອກະພາບສູງ, ຮັກສາຫຼັກການ, ແບບວິທີການຊີ້ນຳນຳພາຢ່າງມີວິທະຍາສາດ, ປະຊາທິປະໄຕ, ໃກ້ຊິດຕິດແທດກັບສະພາບການຕົວຈິງ, ມີຄວາມສະດຸ້ງໄວຕໍໍ່ສິ່ງທີ່ໃໝ່ອ່ຽມ, ສ້າງກອງທັບໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ ຢ່າງເດັດຂາດ, ພິເສດ ສ້າງອົງຄະນະພັກການທະຫານໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງທີ່ດີເດັ່ນ ແລະ ນຳພາທົ່ວກອງທັບປະຕິບັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.
            ແລະ ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ດຳເນີນວາລະປະຊຸມຄັ້ງທຳອິດ ຂອງ ອົງຄະນະພັກການທະຫານສູນກາງ ອາຍຸການ 2020 – 2025 ຮັບຮອງເອົາບົດລາຍງານໝາກຜົນການຊີ້ນຳ, ນຳພາໃນການປະຕິບັດໜ້າທີ່ດ້ານການທະຫານປ້ອງກັນຊາດ ໃນໄລຍະ 6 ເດືອນ ຜ່ານມາ, ກຳນົດແຜນນະໂຍບາຍ ແລະ ໜ້າທີ່ໃນໄລຍະຈະມາເຖິງ. 
 (ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top