ທີ່ກອງປະຊຸມຄັ້ງທີ 12 ຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ ວາຕີກັງ ທີ່ຈັດຂຶ້ນໃນວັນທີ 12 ກັນຍາ, ຢູ່ ວາຕີກັງ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ພະຄຸນເຈົ້າ Mirosław Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ເປັນຫົວໜ້າຄະນະສຳນັກ ວາຕີກັງ.
ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມທີີິ່ມີຕໍ່ການພັດທະນາລວມຂອງປະເທດ ຫວຽດນາມ. 2 ຝ່າຍສະແດງຄວາມປິຕິຊົມຊື່ນກ່ຽວກັບຄວາມຄືບໜ້າທີ່ບັນລຸໄດ້ໃນການພົວພັນ 2 ຝ່າຍ, ນັບແຕ່ກອງປະຊຸມຄັ້ງທີ 11 ຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ ວາຕີກັງ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອເດືອນ ເມສາ 2024. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເຫັນດີຈະສືບຕໍ່ຈັດກອງປະຊຸມປະຈຳໄລຍະຂອງກຸ່ມປະຕິບັດງານສະສົມ.