ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.
ໂດຮາ ຈະຈັດກອງປະຊຸມຮີບດ່ວນ ອາຣັບ - ອິດສະລາມ ໃນວັນທີ 15 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ໃນພາກພື້ນ. ທ່ານ Majid bin Mohammed Al Ansari, ທີ່ປຶກສາ ນາຍົກລັດຖະມົນຕີ ທັງຮັບຜິດໂຄສົກກະຊວງການຕ່າງປະເທດ ກາຕາ, ໃຫ້ຮູ້ວ່າ ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.
ກໍ່ຕາມທ່ານແລ້ວ, ເລື່ອງຮຽກໂຮມຈັດກອງປະຊຸມດັ່ງກ່າວໃນຈຸດເວລານີ້ມີຄວາມໝາຍສຳຄັນ, ສ່ອງແສງຄວາມສາມັກຄີຂອງບັນດາປະເທດ ອາຣັບ ແລະ ອິດສະລາມ ກັບປະເທດ ກາຕາ ຕໍ່ກັບບັ້ນບຸກໂຈມຕີທາງອາກາດທີ່ແນໃສ່ການນຳຂະບວນການ ອິດສະລາມ ຮາມາດສ ຢູ່ ໂດຮາ, ພ້ອມກັນນັ້ນ, ກໍ່ສ່ອງແສງຫຼັກໝັ້ນແຂງແກ່ນຂອງບັນດາປະເທດນີ້ຕໍ່ກັບການກະທຳໂດຍ ອິດສະຣາແອັນ ປະຕິບັດ.
(ແຫຼ່ງຄັດຈາກ VOV)