• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີສັນວັດທະນະທຳເຊີນລາໃນໂອກາດບຸນເຕັດປີລະກາ 2017 ຢູ່ຮ່າໂນ້ຍ


ຟ​້ອນ​ຊາບ​ແຂວງ​ ເຊີນ​ລາ
(ພ​າບ: dantri.com.vn)
      ບຸ​ນ​ເຕັດ​ປີນີ້, ຫ​ໍ​ພິ​ພິດ​ຕະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ເຊີນ​ລາ ​ໄດ້ຈັດ​ຕັ້ງ​ລາຍ​ການ​ຕ້ອນ​ຮັບລະ​ດູ​ບານ​ໃໝ່​ປີ​ລະ​ກາ ໃນ​ລະ​ຫວ່າງວັນ​ທີ 04 – 05/02 (ກົງ​ກັບ​ວັນ​ທີ 08 – 09 ຂອງ​ບຸນ​ເຕັດ). ຈຸດ​ພົ້ນ​ເດັ່ນ​ຂອງ​ປີນີ້​ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ເຊີນ​ລາ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ຟ້ອນ​ແຊ່​ຈ໋າ, ຟ​້ອນ​ຊາບ, ​ຂັບ​ກ້ຽວ​ກັນ​ຂອງ​ຊາວ​ເຜົ່າ​ຜູ້​ໄທ; ຮ້ອງ​ເພງພື້ນ​ເມືອງ… ຄຽງ​ຂ້າງນັ້ນ, ອາ​ຫານ​ການ​ກິນ​ຂອ​ງ​ຊາວ​ເຜົ່າ​ຜູ້​ໄທ ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ປາ​ປິ້ງ, ຊີ້ນງົວ, ​ຊີ້ນ​​ໝູຢ້າງ​ໄຟ… ຍາມ​ໃດ​ກໍ່​ສ້າງ​ຄວາມ​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ ແລະ ເຮັດ​ໃຫ້​ບັນ​ຍາ​ກາດ​ລະ​ຫຼີ້ນ​​ໃນຍາມ​ຕົ້ນ​ປີ​ໃໝ່​ເພີ່ມ​ສີ​ສັນ​ຕື່​ມ​ອີກຂອງ​ເຂດໄຕ​ບັ໋ກ (ໝາຍ​ເຖິງ​ເຂດຕາ​ເວັນ​ຕົກ​ພາກ​ເໜືອ). ໃນ​ໂອ​ກາດນີ້, ມວນ​ຊົນ​ກໍ​ໄດ້​ຮັບ​ຊົມ ແລະ ເຂົ້າ​ຮ່ວມ​ການ​ລະຫຼີ້ນພື້ນ​ເມືອງ​ຫຼາຍ​ຢ່າງຂອງ​ບັນ​ດາ​ເຜົ່າ​​ໃນ​ເຂດໄຕ​ບັ໋ກ ອີກ​ດ້ວຍ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top