• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງກະໂປ ຮຽກຮ້ອງໃຫ້ ອາຊຽນ ແລະ ຈີນ ສ້າງສຳເລັດ COC ໂດຍໄວ

      ທ່ານ Ng Eng Hen ໃຫ້ຮູ້ຕື່ມອີກວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ກໍ່ຄວນໄດ້ຮັບການປັບປຸງຍ້ອນ “ນີ້ແມ່ນກອບນິຕິກຳເຊິ່ງທັງສິດໃນການເດີນທະເລ

ທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ
(ພາບ: AFP/TTXVN)
      ວັນທີ 6 ສິງຫາ, ທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ ໃຫ້ຮູ້ວ່າ: ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ຄວນຊຸກຍູ້ ແລະ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ເພື່ອຄວາມໝັ້ນຄົງທາງທະເລ, ຈາກນັ້ນ, ອົງການພາກພື້ນນີ້ອາດຈະຮັກສາບົດບາດໃຈກາງຂອງຕົນ. ທ່ານ Ng Eng Hen ໃຫ້ຮູ້ຕື່ມອີກວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ກໍ່ຄວນໄດ້ຮັບການປັບປຸງຍ້ອນ “ນີ້ແມ່ນກອບນິຕິກຳເຊິ່ງທັງສິດໃນການເດີນທະເລ ແລະ ສິດຂຸດຄົ້ນຊັບພະຍາກອນລ້ວນແຕ່ຖືນັ້ນເປັນພື້ນຖານ”. ເພື່ອຮັກສາບົດບາດໃຈກາງ, ອາຊຽນ ຄວນຢຶດໝັ້ນຮັກສາ “ລັກສະນະເປັນກາງ, ຮອບດ້ານ ແລະ ເປີດອົກເປີດໃຈ”.
        ກ່າວຄຳເຫັນໃນລາຍການ ອາຊີ - ປາຊີຟິກ ຄັ້ງທີ 20, ທ່ານ Ng Eng Hen ເນັ້ນໜັກບັນດາຂົງເຂດຄື: ການຄ້າ, ການເຊື່ອມຕໍ່ ແລະ ການປ້ອງກັນຊາດ ແມ່ນບັນດາຂົງເຂດເຊິ່ງ ອາຊຽນ ຄວນສຸມໃສ່ເພື່ອແນໃສ່ຮັກສາບົດບາດໃຈກາງ. ທ່ານ Ng Eng Hen ກໍ່ຮຽກຮ້ອງໃຫ້ບັນດາສະມາຊິກ ອາຊຽນ ຄວນມີສະຕິຕໍ່ບັນດາໄພນາບຂູ່ດ້ານຄວາມໝັ້ນຄົງຄືລັດທິກໍ່ການຮ້າຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top