• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກຂ່າວສານ Reuters ຕີລາຄາສູງ ຫວຽດນາມ ໄດ້ໜູນຊ່ວຍບັນດາປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19

      ຕາມສຳນັກຂ່າວສານ Reuters ຂອງ ອັງກິດ ແລ້ວ, ເຖິງວ່າຢູ່ພາຍໃນປະເທດພວມມີຄວາມຕ້ອງການວັດຖຸອຸປະກອນການແພດ ເພື່ອຄວບຄຸມໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ ຫວຽດນາມ ຍັງພ້ອມແລ້ວທີ່ຈະແບ່ງປັນກັບບັນດາປະເທດເພື່ອນມິດ. 
            ຫວຽດນາມ ໄດ້ສະໜັບສະໜູນຜ້າອັດປາກ-ດັງ ໃຫ້ປະເທດ ຝຣັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ ແລະ ອັງກິດ 550.000 ອັນ ແລະ ສົ່ງຜ້າອັດປາກ-ດັງໃຫ້ປະເທດ ກຳປູເຈຍ 390.000 ອັນ ແລະ ລາວ ແມ່ນ 340.000 ອັນ. ຫວຽດນາມ ກໍ່ໄດ້ມອບສົ່ງໃຫ້ ອາເມລິກາ ເຄື່ອງນຸ່ງປ້ອງກັນພະຍາດ 450.000 ຊຸດ ແລະ ໄດ້ຮັບຄຳຂອບໃຈຈາກທ່ານປະທານາທິບໍດີ ອາເມລິກາ Donald Trump.

ຂ່າວສານ Reuters ຕີລາຄາສູງ ຫວຽດນາມ ໄດ້ໜູນຊ່ວຍບັນດາປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19 (ພາບອິນເຕີແນັດ)
      ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ໜັງສືພິມ ອິນເດຍ ໄດ້ຕີລາຄາສູງການຮ່ວມມືຂອງປະຊາຊົນ ໄດ້ຊ່ວຍໃຫ້ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ-19. ບັນດາມາດຕະການຄວບຄຸມໂຄວິດ-19 ອາດຈະຖືວ່າແມ່ນຜົນສຳເລັດຂອງປະເທດນ້ອຍ ແລະ ມີແຫລ່ງກຳລັງຈຳກັດຄື ຫວຽດນາມ, ປະຊາຄົມສາກົນຄວນສົນໃຈ ແລະ ຮ່ຳຮຽນຕາມ. ນັ້ນແມ່ນຂໍ້ສັງເກດຂອງໜັງສືພິມ ອິນເດຍ (Times of India) ສະບັບອອກວັນທີ 10 ເມສາ ເມື່ອເຕື້ອງເຖິງຜົນສຳເລັດຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ.
        ວັນທີ 7 ເມສາ, ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 550.000 ອັນໃຫ້ 5 ປະເທດ ເອີຣົບ, ໃນນັ້ນ ມີປະເທດ ອີຕາລີ, ແນໃສ່ໜູນຊ່ວຍບັນດາປະເທດຕໍ່ສູ້ກັບໂລກລະບາດໂຄວິດ-19. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ VTC News, ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro ໃຫ້ຮູ້ວ່າ: ນີ້ແມ່ນຂອງຂວັນທີ່ມີຄວາມໝາຍແທດຈິງທີ່ສຸດ, ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ອີຕາລີ ປ້ອງກັນ, ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນກ່ວາອີກ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ອີຕາລີ ຖືວ່າ: ຫວຽດນາມ ໄດ້ຜັນຂະຫຍາຍການຕໍ່ສູ້ປ້ອງກັນ, ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກືອງ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ຈະມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 27 ມີນາ ຫາວັນທີ 29 ມີນາ. ການຢ້ຽມຢາມຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານ ກັບບຣາຊິນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ອາເມລິກາລາຕິນ, ເຮັດໃຫ້ເລິກເຊິ່ງກ່ວາ ແລະ ເປີດຫຼາຍໂອກາດຮ່ວມມືໃໝ່.

Top