• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.
ທ່ານນາງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ ຫວຽດນາມ ຫວູຫວຽດຈາງ ແລະ ແລະ ທ່ານພັນໂທ ເບຊວນເຈື່ອງ, ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: ມິງກວຽດ/VNA

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ,  ຕອນ​ບ່າຍ​ວັນ​ທີ 19 ​ເມສາ, ທີ່ສຳນັກງານໃຫຍ່​ ສຳນັກ​ຂ່າວ​ສານແຫ່ງ​ຊາດ, ສຳນັກ​ຂ່າວສານ​ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບທາງ​ອອນ​ລາຍ ​ເປັນ 3 ພາສາ ​ຫວຽດ, ອັງກິດ ​ແລະ ຝຣັ່ງ, ​ໄດ້​ແນະນຳ 56 ວັນ ​ແລະ ຄືນ​ແຫ່ງການ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ກອງທັບ​ ແລະ ປະຊາຊົນ ຫວຽດນາມ ເພື່ອ​ສ້າງ​ໄຊຊະນະ ​ດ້ຽນບຽນ​ຝູ - ຊື່ສຽງໂດ່ງດັງໃນ 5 ທະວີບ, ເຮັດໃຫ້ແຜ່ນດິນໂລກຕົກໃຈ, ທຳລາຍ​ກຸ່ມ​ທີ່​ໝັ້ນ ​ດ້ຽນບຽນ​ຝູ, ສ້າງ​ຈຸດ​ຫັນ​ປ່ຽນ​ທາງ​ປະຫວັດສາດ​ທີ່​ປ່ຽນ​ແປງ​ສະພາບ​ການ​ຢູ່​ສະໜາມ​ຮົບ​ຢ່າງ​ສິ້ນ​ເຊີງ, ບັງຄັບ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ ຝຣັ່ງ ລົງ​ນາມ​ໃນ​ສັນຍາ​ Geneve ຢຸດຕິ​ສົງຄາມ ​ແລະ ຟື້ນ​ຟູ​ສັນຕິພາບ​ຢູ່​ ອິນ​ດູ​ຈີນ; ພ້ອມ​ກັນ​ນັ້ນ, ​ໄດ້​ແນະນຳ​ບັນດາຈຸດໃໝ່ຂອງນະຄອນ ​ດ້ຽນບຽນ ​ ພາຍຫຼັງ​ສົງຄາມ​ປີ 1954, ຜ່ານ​ນັ້ນ ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ເປີດ​ບັ້ນ​ຮົບ​ ດ້ຽນບຽນ​ຝູ - ຄວາມ​ຕັດສິນ​ໃຈ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ, ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ທີ່​ຖືກຕ້ອງ ​ແລະ ສະຫຼາດ​ຂອງ​ພັກ, ຂອງ​ກົມ​ການ​ເມືອງ, ​ນຳໜ້າແມ່ນປະທານ​ ໂຮ່ຈີ​ມິນ.

ງານ​ວາງສະ​ແດງ​ລວມມີ 70 ຮູບ​ພາບ​ຂາວດຳ ​ແລະ ສີ ​ໄດ້​ຄັດ​ເລືອກ​ຈາກ​ຫຼາຍ​ສິບ​ພັນ​ຮູບ​ພາບ/​ເອກະສານ​ໃນ​ສາງເກັບຮັກສາຮູບ​ພາບ​ແຫ່ງ​ຊາດ​ຂອງ ສຳນັກຂ່າວສານ ຫວຽດນາມ, ​ແນະນຳ​ເຖິງ​ທ່ານຜູ້ຊົມ ບັນດາວິນາທີ ສະຫງ່າອົງອາດ​ຂອງ​ບັ້ນຮົບ ດ້ຽນບຽນ​ຝູ ​ແລະ ການ​ປ່ຽນ​ແປງ​ໃໝ່ ຂອງດິນແດນປະຫວັດສາດ ດ້ຽນບຽນ ພາຍຫຼັງ 70 ປີ.

 

 

ປະຕິບັດ: VNP/VNA

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top