ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.
ທ່ານນາງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ ຫວຽດນາມ ຫວູຫວຽດຈາງ ແລະ ແລະ ທ່ານພັນໂທ ເບຊວນເຈື່ອງ, ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: ມິງກວຽດ/VNA
ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ຕອນບ່າຍວັນທີ 19 ເມສາ, ທີ່ສຳນັກງານໃຫຍ່ ສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ ໄດ້ຈັດຕັ້ງງານວາງສະແດງຮູບພາບທາງອອນລາຍ ເປັນ 3 ພາສາ ຫວຽດ, ອັງກິດ ແລະ ຝຣັ່ງ, ໄດ້ແນະນຳ 56 ວັນ ແລະ ຄືນແຫ່ງການຕໍ່ສູ້ຢ່າງບໍ່ຢຸດຢັ້ງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເພື່ອສ້າງໄຊຊະນະ ດ້ຽນບຽນຝູ - ຊື່ສຽງໂດ່ງດັງໃນ 5 ທະວີບ, ເຮັດໃຫ້ແຜ່ນດິນໂລກຕົກໃຈ, ທຳລາຍກຸ່ມທີ່ໝັ້ນ ດ້ຽນບຽນຝູ, ສ້າງຈຸດຫັນປ່ຽນທາງປະຫວັດສາດທີ່ປ່ຽນແປງສະພາບການຢູ່ສະໜາມຮົບຢ່າງສິ້ນເຊີງ, ບັງຄັບໃຫ້ພວກລ່າເມືອງຂຶ້ນ ຝຣັ່ງ ລົງນາມໃນສັນຍາ Geneve ຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ ອິນດູຈີນ; ພ້ອມກັນນັ້ນ, ໄດ້ແນະນຳບັນດາຈຸດໃໝ່ຂອງນະຄອນ ດ້ຽນບຽນ ພາຍຫຼັງສົງຄາມປີ 1954, ຜ່ານນັ້ນ ຢືນຢັນຄວາມຕັດສິນໃຈເປີດບັ້ນຮົບ ດ້ຽນບຽນຝູ - ຄວາມຕັດສິນໃຈທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ສະແດງໃຫ້ເຫັນວິໄສທັດຍຸດທະສາດທີ່ຖືກຕ້ອງ ແລະ ສະຫຼາດຂອງພັກ, ຂອງກົມການເມືອງ, ນຳໜ້າແມ່ນປະທານ ໂຮ່ຈີມິນ.
ງານວາງສະແດງລວມມີ 70 ຮູບພາບຂາວດຳ ແລະ ສີ ໄດ້ຄັດເລືອກຈາກຫຼາຍສິບພັນຮູບພາບ/ເອກະສານໃນສາງເກັບຮັກສາຮູບພາບແຫ່ງຊາດຂອງ ສຳນັກຂ່າວສານ ຫວຽດນາມ, ແນະນຳເຖິງທ່ານຜູ້ຊົມ ບັນດາວິນາທີ ສະຫງ່າອົງອາດຂອງບັ້ນຮົບ ດ້ຽນບຽນຝູ ແລະ ການປ່ຽນແປງໃໝ່ ຂອງດິນແດນປະຫວັດສາດ ດ້ຽນບຽນ ພາຍຫຼັງ 70 ປີ.