• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​, ໂທ​ລະ​ເລກຊົມ​ເຊີຍ​ປະ​ທານ​ປະ​ເທດ ເລືອງ​ເກືອງ

ເນື່ອງໃນໂອກາດ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເລືອກຕັ້ງທ່ານເລືອງເກືອງດຳລົງຕຳແໜ່ງປະທານປະເທດ ສສ. ຫວຽດນາມ, ການນຳບັນດາປະເທດ ບຣູໄນ, ຟີລິບປິນ, ໄທ, ໂມຊຳບິກ ໄດ້ສົ່ງສານ, ໂທລະເລກຊົມເຊີຍທ່ານປະທານປະເທດ ເລືອງເກືອງ.
ທ່ານປະທານປະເທດ ເລືອງເກືອງ

ມະຫາກະສັດແຫ່ງບຣູໄນ  Darussalam Haji Hassanal Bolkiah ໄດ້ຕີລາຄາສູງການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືທີ່ມີຄວາມໄຫວພິບ ລະຫວ່າງສອງປະເທດໃນບັນດາຂົງເຂດຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ.

ທ່ານປະທານາທາບໍດີ ສ. ຟີລິບປິນ Ferdinand Romualdez Marcos Jr ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານປະເທດ ເລືອງເກືອງ, ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຟີລິບປິນ ໃນອາຊຽນ ຈະນັບມື້ນັບໄດ້ຮັບການປັບປຸງ.

ມະຫາກະສັດ ວາຊິຣາລົງກອນ ໄທ ແລະ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບ ທ່ານປະທານປະເທດ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຫຼາຍກ່ວາອີກເພື່ອຜົນປະໂຫຍດຂອງສອງປະເທດໃນໄລຍະຈະມາເຖິງ.

ສ່ວນທ່ານ Filipe Jacinto Nyusi ປະທານາທິບໍດີ ສ.ໂມຊຳບິກ ກໍ່ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານປະທານປະເທດ ເລືອງເກືອງເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ດັກລັກ ສ້າງລະບົບຊີວະພາບຂະແໜງສິນຄ້າໝາກຖົ່ວລຽນແບບຍືນຍົງ

ດັກລັກ ສ້າງລະບົບຊີວະພາບຂະແໜງສິນຄ້າໝາກຖົ່ວລຽນແບບຍືນຍົງ

ໃນຂອບເຂດງານບຸນໝາກຖົ່ວລຽນ ດັກລັກ ປີ 2026, ວັນທີ 16 ສິງຫາ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດເວທີປາໄສ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍໝາກຖົ່ວລຽນ - ລະບົບຊີວະພາບໝາກຖົ່ວລຽນແບບຍືນຍົງ”.

Top