• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ຢ່າງ​ແຮງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຝາກ​ເຖິງບັນ​ດາ​ນັກ​ລົງ​ທຶນ

ໃນທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງບັນດາຄູ່ຮ່ວມມືການຄ້າສຳຄັນແຖວໜ້າກັບ ຫວຽດນາມ, ເຊັ່ນ: ຈີນ, ສ.ເກົາຫຼີ, ສະຫະພາບເອີຣົບ, ຍີ່ປຸ່ນ. ສານສຳຄັນເຊິ່ງນາຍົກລັດຖະມົນຕີ ຫວຽດນາມ ຢາກຝາກເຖິງບັນດາວິສາຫະກິດນັ້ນແມ່ນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນມີຄວາມອຸ່ນອ່ຽນໃຈລົງທຶນຍາວນານຢູ່ ຫວຽດນາມ, ບົນຈິດໃຈ ພ້ອມກັນຊະນະ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມສົນທະນາກັບບັນດານັກລົງທຶນ, ວິສາຫະກິດ

ໃນລະຫວ່າງວັນທີ 28 ກຸມພາ ຫາວັນທີ 3 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາກັບບັນດານັກລົງທຶນມາຈາກ ຈີນ, ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ… ຢ່າງລຽນຕິດ. ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຟັງຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີແນະຂອງບັນດານັກລົງທຶນ, ພ້ອມດຽວກັນນັ້ນ ກໍ່ຢັ້ງຢືນຄຳໝັ້ນສັນຍາຢາກໃຫ້ບັນດານັກລົງທຶນຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນໄລຍະເຕີບໃຫຍ່ໃໝ່.

ຄຳໝັ້ນສັນຍາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ມີສະຖຽນລະພາບ

        ໃນບັນດາວາລະໂອ້ລົມສົນທະນາກັບວິສາຫະກິດ, ນັກລົງທຶນຂອງບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງປັດໄຈສະຖຽນລະພາບການເມືອງຂອງ ຫວຽດນາມ, ທ່າໄດ້ປຽບກ່ຽວກັບພູມີສາດການເມືອງຂອງ ຫວຽດນາມ ໃນສະພາບການປັດຈຸບັນ.

        ໄປຄຽງຄູ່ກັບບັນດາບາດກ້າວບຸກທະລຸຍຸດທະສາດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມຕັດສິນໃຈຈະຫຼຸດຜ່ອນລະບອບລະບຽບການບໍລິຫານ, ດຳເນີນການປະຕິວັດກ່ຽວກັບການສັບຊ້ອນ, ປັບປຸງກົງຈັກ, ຍົກສູງປະສິດທິພາບ, ປະສິດທິຜົນຂອງກົງຈັກລັດ; ເພີ່ມທະວີການໝູນໃຊ້ການຫັນເປັນດີຈີຕອນ..ຢ່າງຂ້ຽວຂາດ.

        “ພວກຂ້າພະເຈົ້າກຽມພ້ອມສ້າງກາລະໂອກາດ, ຄວາມໄວ້ເນື່ອເຊື່ອໃຈ, ສ້າງເງື່ອນໄຂ, ພື້ນຖານໂຄງລ່າງທີ່ຈຳເປັນ, ນັບທັງດ້ານນິຕິກຳ, ແຫຼ່ງບຸກຄະລາກອນ ເພື່ອໃຫ້ພວກເພື່ອນມີຄວາມອຸ່ນອ່ຽນໃຈກຳນົດວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ປອດໄພ ແລະ ມີປະໂຫຍດ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດ ກໍຄືການພັດທະນາຂອງວິສາຫະກິດ, ພ້ອມທັງມີການຜູກພັນຢ່າງສະໜິດແໜ້ນກັບ ຫວຽດນາມ”.

        ໂດຍຖືວ່າ ໂລກໃນປັດຈຸບັນມີການປ່ຽນແປງຢ່າງວ່ອງໄວ, ເຂັ້ມແຂງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໄປຄຽງຄູ່ກັບການເປີດກາລະໂອກາດໃໝ່ ກໍຈະມີສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຕ້ອງມີຄວາມຮັບຮູ້, ວິທີສຳຜັດທີ່ມີໄຫວພິບ. ບົນພື້ນຖານການພົວພັນດ້ານການເມືອງອັນດີງາມລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື, ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວ, ບັນດາວິສາຫະກິດ, ກຸ່ມບໍລິສັດ, ບັນດານັກລົງທຶນພ້ອມກັນແບ່ງປັນວິໄສທັດ, ຄວາມຮັບຮູ້ ແລະ ການກະທຳ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນຊະນະ ແລະ ພັດທະນາ, ສະໜັບສະໜູນ, ມີຄວາມເຊື່ອໝັ້ນຕໍ່ ຫວຽດນາມ. ເມື່ອຢັ້ງຢືນຕໍ່ໜ້າກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ຈີນປະມານ 25 ແຫ່ງໃນວັນທີ 28 ກຸມພາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ:

        “ການພົວພັນຂອງສອງປະເທດພວມຢູ່ໃນໄລຍະດີທີ່ສຸດ. ພວກເຮົາມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພວກເຮົາມີຄວາມໄວ້ເນື້ອເຊື່ອໃຈກັນ, ພວກເຮົາມີຄວາມຈິງໃຈຕໍ່ກັນ… ບັນຫາຢູ່ທີ່ນີ້ແມ່ນບັນດາສິ່ງທີ່ດີງາມນີ້ ຕ້ອງກາຍເປັນບັນດາໂຄງການ, ແຜນການເຮັດວຽກ. ເພື່ອຈາກສິ່ງທີ່ດີງາມນີ້, ໄດ້ຫັນເປັນພື້ນຖານດ້ານວັດຖຸ, ສາມາດວັດແທກໄດ້, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ”.

ປາດຖະໜາຮ່ວມເດີນທາງເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍການເຕີບໂຕ

        ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕຢ່າງໜ້ອຍສຸດ 8% ໃນປີ 2025 ແລະ ການເຕີບໂຕ 2 ຕົວເລກໃນປີ 2026, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດານັກລົງທຶນຈະເສີມຂະຫຍາຍຄວາມເປັນເຈົ້າການ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍນີ້. ສຳລັບ EU, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດມີຄວາມເອົາໃຈໃສ່ເປັນພິເສດຕໍ່ການເພີ່ມທະວີການລົງທຶນຍົກສູງຄຸນນະພາບ, ຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າໃຫ້ແກ່ ຫວຽດນາມ ໃນຂົງເຂດເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນຫຼາຍກວ່າອີກ…ພັດທະນາສູນການເງິນ, ສາທາລະນະສຸກ… ສຳລັບ ຍີ່ປຸ່ນ, ຫວຽດນາມ ປາດຖະໜາວ່າ ບັນດາວິສາຫະກິດ ຍີ່ປຸ່ນ ດ້ວຍປະສົບການ, ຄວາມໄວ້ວາງໃຈຂອງຕົນ ຈະໜູນຊ່ວຍ ຫວຽດນາມ ເຂົ້າເຖິງການຫັນປ່ຽນເປັນເຕັກໂນໂລຢີສີຂຽວ, ການເງິນສີຂຽວການພັດທະນາສີຂຽວ, ການຫັນເປັນດີຈີຕອນ… ບົນນ້ຳໃຈເຕີບໂຕສູງ ແຕ່ໝັ້ນຄົງ. ສຳລັບວິສາຫະກິດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “ ຫວຽດນາມ ປາດຖະໜາວ່າ ວິສາຫະກິດ ອາເມລິກາ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕຂອງ ຫວຽດນາມ ໃນປີ 2025 ແລະ ຊຸມປີຕໍ່ໄປ. ກ່ຽວກັບການເຕີບໂຕ 2 ຕົວເລກ, ໄປຄຽງຄູ່ກັບການເຕີບໂຕຕ້ອງຮັບປະກັນຄວາມໝັ້ນຄົງ, ປະກອບສ່ວນພ້ອມກັບ ຫວຽດນາມ ປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ປົກປັກຮັກສາສິ່ງແວດລ້ອມທີ່ປອດໃສ, ສີຂຽວ, ສະອາດ, ງາມຕາ. ທີສອງແມ່ນ ເພີ່ມທະວີການລົງທຶນຍົກສູງຄຸນນະພາບຫຼາຍກວ່າອີກ, ພິເສດແມ່ນຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບວິທະຍາສາດນະວັດຕະກຳໃນບັນດາຂະແໜງທີ່ຫາກໍ່ພົ້ນເດັ່ນ. ທີສາມແມ່ນ ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດລະຫວ່າງສອງປະເທດ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະ ພິເສດແມ່ນເຂົ້າຮ່ວມລະບົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ອາເມລິກາ”.

        ດ້ວຍທັດສະນະ ຂົງເຂດເສດຖະກິດທີ່ມີເງິນລົງທຶນຕ່າງປະເທດແມ່ນສ່ວນໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ, ຫວຽດນາມ ຈະຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນໃຫ້ຖືກຕ້ອງຕາມກົດໝາຍ. ສານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນການພົບປະ, ໂອ້ລົມສົນທະນາກັບວິສາຫະກິດ, ນັກລົງທຶນຕ່າງປະເທດ, ພ້ອມກັບບັນດາຄຳຊີ້ນຳລະອຽດ, ຂ້ຽວຂາດ, ແນ່ນອນວ່າ ຈະນຳມາເຊິ່ງແຫຼ່ງກຳລັງໜູນໃໝ່ໃນວິວັດທະນາການຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງບັນດາກຸ່ມບໍລິສັດ, ວິສາຫະກິດ, ຄູ່ຮ່ວມມືໃຫຍ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ./.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ມະຕິກໍ່ຮຽກຮ້ອງບັນດາປະເທດມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ.

Top