• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍ​ລິ​ສັດ​ການ​ບິນ​ສາ​ກົນ​ໃຫ​ຍ່​ສຸດ​ໃນ​ໂລກ​ເປີດ​ຖ້ຽວ​ບິນ​ມາ​ຍັງ ດ່າ​ໜັງ

ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ.
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຢູ່ ດ່າໜັງ

ວັນທີ 3 ມີນາ, ບໍລິສັດການບິນ Emirates ໃຫ້ຮູ້ວ່າ ຈະເພີ່ມທະວີການປະກົດຕົວຂອງຕົນຢູ່ ອາຊີ ດ້ວຍການເປີດຖ້ຽວບິນມາຍັງ ດ່າໜັງ, ຫວຽດນາມ ອາທິດລະ 4 ຖ້ຽວ ແລະ 3 ຖ້ຽວຕໍ່ອາທິດ ໄປຍັງ ຊຽມຣຽບ, ກຳປູເຈຍ, ຜ່ານການຕໍ່ຖ້ຽວຢູ່ ບັກກອກ, ໄທ. ເປັນອັນວ່າ, ດ່າໜັງ ແມ່ນສະຖານທີ່ແຫ່ງທີ 3 ຂອງ ຫວຽດນາມ ທີ່ Emirates ໄດ້ເລືອກເຟັ້ນເພື່ອຂຸດຄົ້ນຖ້ຽວບິນ, ພາຍຫຼັງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ບັດດາຖ້ຽວບິນໄປ - ມາ ດ່າໜັງ ຈະໄດ້ຮັບການຂຸດຄົ້ນໃນຕົ້ນເດືອນ ມິຖຸນາ ຈະມາເຖິງ. ຄາດວ່າ, ລາຍການຂອງບັນດາຖ້ຽວບິນນີ້ຈະໄດ້ຮັບການອອກແບບເຮັດແນວໃດເພື່ອໃຫ້ຜູ້ໂດຍສານຈາກບັນດານະຄອນໃຫຍ່ຢູ່ ເອີຣົບ, ເຊັ່ນ: ລອນດອນ, ປາຣີ, ອາມສະເຕີດາມ, ແມນແຈັດເຕີ, ມີລານ, ໂຣມ ຫຼື ບັນດານະຄອນໃຫຍ່ຢູ່ ອາເມລິກາ ໄປຍັງ ດ່າໜັງ. ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນທ່ອງທ່ຽວນະຄອນ ດ່າໜັງ, ໃຫ້ຮູ້ວ່າ:

        “ເລື່ອງບໍລິສັດການບິນ   Emirates, ບໍລິສັດການບິນ 5 ດາວ ທີ່ມີເຄື່ອງໝາຍການຄ້າ ແລະ ຄຸນນະພາບໃນທົ່ວໂລກ ເປີດຖ້ຽວບິນໂດຍກົງມາຍັງ ດ່າໜັງ ຈະເປີດໂອກາດໂຄສະນານະຄອນເຖິງ 150 ປະເທດ ແລະ ເຂດແຄວ້ນ. ສິ່ງດັ່ງກ່າວ ກໍເປີດໂອກາດເພື່ອດຶງດູດ, ຮັບໃຊ້ນັກທ່ອງທ່ຽວ, ພ້ອມດຽວກັນນັ້ນ ກໍຈະກະກຽມບັນດາເງື່ອນໄຂກຽມພ້ອມເຊື່ອມຕໍ່, ແລກປ່ຽນການຄ້າ, ດຳເນີນທຸລະກິດ ເມື່ອ ດ່າໜັງ ເປີດນຳໃຊ້ສູນການເງິນສາກົນ ແລະ ເຂດການຄ້າເສລີ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ຫວຽດນາມ ຮ່ວມປົກປ້ອງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2

ມະຕິກໍ່ຮຽກຮ້ອງບັນດາປະເທດມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ.

Top