• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາດສະດາຈານຊາວ ຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ

ສາດສະດາຈານ ຫງວຽນທິກິມແທັງ, ພວມເຮັດວຽກຢູ່ມະຫາວິທະຍາໄລ UCL ລາຊະອານາຈັກ ອັງກິດ, ຍາດໄດ້ລາງວັນໃນຄັ້ງນີ້ຍ້ອນມີບັນດາການປະກອບສ່ວນສຳຄັນໃນການຄົ້ນຄ້ວາພື້ນຖານກ່ຽວກັບເຄມີສັງລວມ ແລະ ບັນດາການໄຈ້ແຍກກ່ຽວກັບລັກສະນະຟິຊິກຂອງ nano plasmonic
  ທ່ານນາງ ຫງວຽນທິກິມແທັງ (ພາບ: ມະຫາວິທະຍາໄລ UCL)  

 ທ່ານນາງ ຫງວຽນທິກິມແທັງ, ສາດສະດາຈານ ຊາວ ຫວຽດນາມ ໄດ້ຮັບນາມມະຍົດແມ່ນຜູ້ຮັບໄຊຊະນະຍາດໄດ້ລາງວັນລະຫວ່າງຂະແໜງ (Interdisciplinary Prize) ຂອງສະຫະສະມາຄົມເຄມີລາວົງ ອັງກິດ (RSC) ເຊິ່ງຮັບຮູ້ຄວາມດີເລີດໃນການຄົ້ນຄ້ວາ ແລະ ການປ່ຽນໃໝ່ມີຫົວຄິດປະດິດສ້າງ. ສາດສະດາຈານ ຫງວຽນທິກິມແທັງ, ພວມເຮັດວຽກຢູ່ມະຫາວິທະຍາໄລ UCL ລາຊະອານາຈັກ ອັງກິດ, ຍາດໄດ້ລາງວັນໃນຄັ້ງນີ້ຍ້ອນມີບັນດາການປະກອບສ່ວນສຳຄັນໃນການຄົ້ນຄ້ວາພື້ນຖານກ່ຽວກັບເຄມີສັງລວມ ແລະ ບັນດາການໄຈ້ແຍກກ່ຽວກັບລັກສະນະຟິຊິກຂອງ nano plasmonic. ທ່ານນາງ ປອ Helen Pain, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມເຄມີລາຊາວົງອັງກິດ, ໃຫ້ຮູ້ວ່າ: ການຄົ້ນຄ້ວາຂອງ ສາດສະດາຈານ ຫງວຽນທິກິມແທງ ແມ່ນຕົວຢ່າງທີ່ດີເລີດກ່ຽວກັບສາຍເຫດເປັນຫຍັງໂລກຈຶ່ງໄດ້ເຊີດຊູວິທະຍາສາດຍິ່ງໃຫຍ່.

ລາງວັນຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ ແມ່ນໜຶ່ງໃນບັນດາລາງວັນທີ່ມີມາແຕ່ດົນນານ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ, ເຊິ່ງຮັບຮູ້ບັນດາຜົນງານຂອງສ່ວນບຸກຄົນ, ຫົວໜ່ວຍ ແລະ ອົງການຕ່າງໆໃນການພັດທະນາຂະແໜງເຄມີ.  ມາຮອດປະຈຸບັນ, ມີນັກເຄມີ 60 ທ່ານໄດ້ຮັບການເຊີດຊູຈາກສະຫະສະມາຄົມເຄມີລາຊະວົງ ອັງກິດ ແລະ ຫລັງຈາກນັ້ນບັນດາການຄົ້ນຄ້ວານັ້ນກໍ່ໄດ້ຮັບລາງວັນ Nobel.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top