ຂ່າວສານ
ສາຍພົວພັນລະຫວ່າງ St. Petersburg ແລະ ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດເດັ່ນໃນສາຍພົວພັນ ລັດເຊຍ - ຫວຽດນາມ
ໃນການພົບປະ, ທ່ານ Evgeny Grigoriev, ໄດ້ຝາກບັນດາຄຳອວຍພອນປີໃໝ່ທີ່ດີງາມທີ່ສຸດຂອງຜູ້ວ່າການນະຄອນ St. Petersburg ມາຍັງທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ຜ່ານທ່ານເອກອັກຄະລັດຖະທູດ ຝາກເຖິງປະຊາຊົນ ຫວຽດນາມ.
ເມື່ອແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ສອງຝ່າຍໄດ້ຕົກລົງເປັນນເອກະພາບໂດຍຕີລາຄາວ່າ ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ພວມຢູ່ໃນໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ. ການຮ່ວມມືທ້ອງຖິ່ນສືບຕໍ່ສວມບົດບາດສຳຄັນໃນສາຍພົວພັນລວມຂອງສອງຝ່າຍ, ໃນນັ້ນ ສາຍພົວພັນລະຫວ່າງ St. Petersburg ແລະ ນະຄອນ ໂຮ່ຈີມິນ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດເດັ່ນ, ດ້ວຍຫຼາຍກິດຈະກຳພົວພັນແລກປ່ຽນວັດທະນະທຳ - ເສດຖະກິດ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ St. Petersburg ສືບຕໍ່ໄດ້ຮັບຖືວ່າແມ່ນສັນຍາລັກອັນໝັ້ນແກ່ນຂອງນ້ຳໃຈມິດຕະພາບລະຫວ່າງສອງນະຄອນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ເຕື້ອງເຖິງຄວາມສາມາດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊຸກຍູ້ບັນດາຄະນະວິສາຫະກິດໄປສຳຫຼວດຕະຫຼາດ ແລະ ເປີດກວ້າງການເຊື່ອມຕໍ່ການຄ້າໃນໄລຍະຈະມາເຖິງ.








