• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.
ພິ​ທ​ີ ​ໄຂ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) (ພາບ: VNA)
ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່​ນະ​ຄອນ ກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ໄຂ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ເຫດ​ການ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ທີ່​ມາ​ຈາກເກືອບ 30 ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ. ການ​ເຊື່ອມ​ຕໍ່​ອັດ​ສະ​ລິ​ຍະ​ແມ່ນ ພື້ນ​ຖານ, ຄຸ້ມ​ຄອງ​ທີ່​ດີ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຫັນ​ເປັນ AI ນຳ​ມາ​ເຊິ່ງ​ໝາກ​ຜົນ​ຢ່າງ​ແທ້​ຈິງ, ໂດຍ​ໄດ້​ວັດ​ແທກ​ດ້ວຍ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ທີ່​ດີກວ່າ, ສະ​ມັດ​ຕະ​ພາບ​ດີ​ກວ່າ, ວິ​ທະ​ຍາ​ສາດ​ຢ່າງ​ໝັ້ນ​ຄົງ​ກວ່າ ແລະ ​ປັບ​ປຸງຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດໃຫ້​ດີກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ສາດນະ​ຄອນ ໂຮ່​ຈີ​ມິນ​ຕ້ອງ​ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ພາກ​ພື້ນ ແລະ ສາ​ກົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ສາດນະ​ຄອນ ໂຮ່​ຈີ​ມິນ​ຕ້ອງ​ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ພາກ​ພື້ນ ແລະ ສາ​ກົນ

ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖະ​ສາດ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າ​ງຕັ້ງ (27/10/1976 – 27/10/2026) ແລະ ຕ້ອນ​ຮັບຫຼຽ​ນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ.

Top